ການຮູ້ອະຣິຍະສັດເປັນຂອງບໍ່ເຫຼືອວິໄສ ພຣະອະຣິຍະບຸກຄົນ ຈຶ່ງມີປະຣິມານຫຼາຍ
ອະຣິຍະສັດ 4
ວັດສະ ! ພິກຂຸຜູ້ສາວົກຂອງເຮົາ ບັນລຸເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໄດ້ເຮັດໃຫ້ແຈ້ງແລ້ວ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
ວັດສະ ! ພິກຂຸນີຜູ້ສາວິກາຂອງເຮົາ ບັນລຸເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໄດ້ເຮັດໃຫ້ແຈ້ງແລ້ວດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
ວັດສະ ! ອຸປາສົກ ຜູ້ສາວົກຂອງເຮົາ ພວກເປັນຄະຣືຫັດນຸ່ງຂາວ ຢູ່ປະພຶດກັບຜູ້ປະພຶດພຣົມມະຈັນຣຍ໌, ເປັນ ໂອປະປາຕິກະສັຕ (ພຣະອະນາຄາມີ) ມີປົກກະຕິປະຣິນິພພານໃນພົບທີ່ໄປເກີດນັ້ນ ບໍ່ວຽນກັບຈາກພົບນັ້ນເປັນທັມມະດາ, ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີສ່ວນໃນເບື້ອງຕໍ່າຫ້າຢ່າງ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
ວັດສະ ! ອຸປາສົກ ຜູ້ສາວົກຂອງເຮົາ ພວກເປັນຄະຣືຫັດນຸ່ງຂາວ ຍັງບໍຣິໂພກກາມ ເປັນຜູ້ ເຮັດຕາມຄໍາສອນ ເປັນຜູ້ ສະໜອງໂອວາດ ມີຄວາມສົງໄສອັນຂ້າມໄດ້ແລ້ວ ບໍ່ຕ້ອງກ່າວດ້ວຍຄວາມສົງໄສວ່ານີ້ອັນໃດໆ ເປັນຜູ້ປາສະຈາກຄວາມເກີ້ເຂີນ ບໍ່ແມ່ນ ຜູ້ຕ້ອງເຊື່ອຕາມຄໍາຂອງຜູ້ອື່ນ ຢູ່ປະພຶດພຣົມມະຈັນຣຍ໌ ໃນສາສນາຂອງພຣະສາສດາ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
ວັດສະ ! ອຸປາສິກາ ຜູ້ສາວິກາຂອງເຮົາ ພວກເປັນຍິງຄະຣືຫັດນຸ່ງຂາວ ຢູ່ປະພຶດກັບຜູ້ປະພຶດພຣົມມະຈັນຣຍ໌ ເປັນ ໂອປະປາຕິກະສັຕ (ພຣະອະນາຄາມີ) ມີປົກກະຕິ ປະຣິນິພພານໃນພົບທີ່ໄປເກີດນັ້ນ ບໍ່ວຽນກັບຈາກພົບນັ້ນເປັນທັມມະດາ, ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ສ່ວນໃນເບື້ອງຕໍ່າຫ້າຢ່າງ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
ວັຈສະ ! ອຸປາສິກາ ຜູ້ສາວິກາຂອງເຮົາ ພວກເປັນຍິງຄະຣືຫັດ ນຸ່ງຂາວຍັງບໍຣິໂພກກາມ ເປັນຜູ້ ເຮັດຕາມຄໍາສອນ ເປັນຜູ້ ສະໜອງໂອວາດ ມີຄວາມສົງໄສອັນຂ້າມໄດ້ແລ້ວ ບໍ່ຕ້ອງກ່າວດ້ວຍຄວາມສົງໄສວ່ານີ້ອັນໃດໆ ເປັນຜູ້ປາສະຈາກຄວາມເກີ້ເຂີນ ບໍ່ຕ້ອງເຊື່ອຕາມຄໍາຂອງຜູ້ອື່ນ ຢູ່ປະພຶດພຣົມມະຈັນຣຍ໌ ໃນສາສນາຂອງພຣະສາສດາ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.
- ມ. ມ. ໑໓/໒໕໑-໒໕໓/໒໕໕-໒໕໖.