ສິ່ງທີ່ບໍ່ແມ່ນຂອງເຮົາ

ອິນຊີສັງວອນ

0:00/0:00
ພິກຂຸທັງຫຼາຍ ສິ່ງໃດບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະສິ່ງນັ້ນ ສິ່ງທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນເພື່ອຄວາມສຸກ

ກໍອິຫຍັງໜໍຊື່ວ່າບໍ່ແມ່ນຂອງພວກເຈົ້າທັງຫຼາຍ
ຄື ຈັກຂຸ (ຕາ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຈັກຂຸນັ້ນ ຈັກຂຸທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ
ໂສຕະ (ຫູ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະໂສຕະນັ້ນ ໂສຕະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ
ຄານະ (ດັງ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຄານະນັ້ນ ຄານະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ
ຊິວຫາ (ລີ້ນ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຊິວຫານັ້ນ ຊິວຫາທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ
ກາຍະ (ກາຍ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະກາຍະນັ້ນ ກາຍະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ
ມະໂນ (ໃຈ) ບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະມະໂນນັ້ນ ມະໂນທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ປຽບເໝືອນຄົນຍ່ອມຂົນເອົາຫຍ້າ ໄມ້ ກິ່ງໄມ້ ແລະໃບໄມ້ທີ່ມີຢູ່ໃນເຊຕະວັນນີ້ໄປ ເຜົາ ຫຼື ຈັດການໄປຕາມຄວາມພໍໃຈ ພວກເຈົ້າທັງຫຼາຍຈະຍ່ອມມີຄວາມຄິດຢ່າງນີ້ແດ່ບໍ່ວ່າ ຄົນຂົນເອົາເຮົາທັງຫຼາຍໄປ ເຜົາ ຫຼືຈັດການໄປຕາມຄວາມພໍໃຈ

ພິກຂຸທັງຫຼາຍຂາບທູນວ່າ “ບໍ່ມີເລີຍ ຂ້ານ້ອຍ


ຂໍ້ນັ້ນເພາະເຫດໃດໜໍ

ຂ້າແຕ່ພຣະອົງຜູ້ຈະເລີນ ເພາະຫຍ້າເປັນຕົ້ນນັ້ນບໍ່ແມ່ນອັດຕາ ຫຼືສິ່ງທີ່ເນື່ອງດ້ວຍອັດຕາ

ພິກຂຸທັງຫຼາຍ ອຸບປະມານີ້ແມ່ນເຊັ່ນໃດ ອຸບປະໄມກໍເຊັ່ນນັ້ນຄືກັນ ຈັກຂຸບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຈັກຂຸນັ້ນ ຈັກຂຸທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ໂສຕະບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະໂສຕະນັ້ນ ໂສຕະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ຄານະບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຄານະນັ້ນ ຄານະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ຊິວຫາບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະຊິວຫານັ້ນ ຊິວຫາທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ກາຍະບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະກາຍະນັ້ນ ກາຍະທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ

ມະໂນບໍ່ແມ່ນຂອງພວກເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງລະມະໂນນັ້ນ ມະໂນທີ່ເຈົ້າທັງຫຼາຍລະໄດ້ແລ້ວ ນັ້ນຈະເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ.
ປະຖະມະນະຕຸມະຫາກະສູຕທີ ໕ ຈົບ
ພຣະໄຕຣປິດົກສັງຍຸດຕະນິກາຍ ສະລາຍະຕະນະວັກຄະ ເຫຼັ້ມທີ ໑໘ ຂໍ້ທີ ໑໓໘ (ບາລີ ໒໑໙).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ