ຢ່າກ່າວເລື່ອງຜິດຖຽງຂັດແຍ້ງກັນ ແຕ່ຈົ່ງກ່າວເລື່ອງຄວາມພົ້ນທຸກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ພວກເຈົ້າຢ່າກ່າວຖ້ອຍຄວາມ ທີ່ຢຶດຖືເອົາແຕກຕ່າງກັນວ່າ “ທ່ານບໍ່ຮູ້ທົ່ວເຖິງທັມວິນັຍນີ້, ຂ້າພະເຈົ້າຮູ້ທົ່ວເຖິງທັມວິນັຍນີ້, ທ່ານຈະຮູ້ທົ່ວເຖິງທັມວິນັຍໄດ້ແນວໃດ ທ່ານປະຕິບັຕຜິດ, ຂ້າພະເຈົ້າພີ້ປະຕິບັຕຖືກ, ຄໍາທີ່ຄວນກ່າວກ່ອນທ່ານມາກ່າວທີຫຼັງ ຄໍາຄວນກ່າວທີຫຼັງທ່ານມາກ່າວກ່ອນ ຄໍາເວົ້າຂອງທ່ານຈຶ່ງບໍ່ເປັນປະໂຍຊນ໌ ຄໍາເວົ້າຂອງຂ້າພະເຈົ້າເປັນປະໂຍຊນ໌. ຂໍ້ທີ່ທ່ານເຄີຍຖະນັດມາແປປ່ຽນໄປເສຍແລ້ວ. ຂ້າພະເຈົ້າໂຕ້ຖຽງ ຄໍາເວົ້າຂອງທ່ານແຫຼກໝົດແລ້ວ, ທ່ານຖືກຂ້າພະເຈົ້າຂົ່ມຂີ່ແລ້ວ ເພື່ອໃຫ້ຖອນຄໍາເວົ້າຜິດໆ ນັ້ນເສຍ ຫຼືທ່ານສາມາດກໍຈົ່ງຄ້ານມາເຖີ້ນ” ດັ່ງນີ້. ພວກເຈົ້າບໍ່ຄວນກ່າວຖ້ອຍຄວາມເຊັ່ນນັ້ນ ເພາະເຫຕໃດໜໍ ? ເພາະການກ່າວນັ້ນໆ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ.

ພິກຂຸ ທ. ! ເມື່ອພວກເຈົ້າຈະກ່າວ ຈົ່ງກ່າວວ່າ “ເຊັ່ນນີ້ໆເປັນຄວາມທຸກຂ໌,ເຊັ່ນນີ້ໆເປັນເຫຕໃຫ້ເກີດແຫ່ງທຸກຂ໌, ເຊັ່ນນີ້ໆເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເຊັ່ນນີ້ໆເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ເພາະເຫຕໃດຈຶ່ງຄວນກ່າວໜໍ ? ເພາະການກ່າວນັ້ນໆ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໒໕/໑໖໖໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ