ເປັນທຸກເພາະຕິດຢູ່ໃນອາຍະຕະນະ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ຮູບ ເປັນທີ່ສໍາລານໃຈ ຍິນດີແລ້ວໃນຮູບ ບັນເທີງດ້ວຍຮູບ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປ ຂອງຮູບ;

ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ສຽງ ເປັນທີ່ສໍາລານໃຈ ຍິນດີແລ້ວໃນສຽງ ບັນເທີງດ້ວຍສຽງ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປຂອງສຽງ;

ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ກິ່ນ ເປັນທີ່ສໍາລານໃຈ ຍິນດີແລ້ວໃນກິ່ນ ບັນເທີງດ້ວຍກິ່ນ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປຂອງກິ່ນ;

ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ຣົສ ເປັນທີ່ສໍາລານໃຈ ຍິນດີແລ້ວໃນຣົສ ບັນເທີງດ້ວຍຣົສ. ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປຂອງຣົສ;

ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ໂຜຕຖັພພະ ເປັນທີ່ສໍາລານໃຈ ຍິນດີແລ້ວໂຜຕຖັພພະ ບັນເທີງດ້ວຍໂຜຕຖັພພະ. ພິກຂຸ ທ. ! ເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍ ແລະຄວາມດັບໄປຂອງໂຜຕຖັພພະ;

ພິກຂຸ ທ. ! ເທວະດາ ແລະມະນຸສສ໌ທັງຫຼາຍ ມີ ທັມມາຣົມ ເປັນທີ່ສໍາລານໃຈ ຍິນດີແລ້ວໃນທັມມາຣົມ ບັນເທີງດ້ວຍທັມມາຣົມ. ພິກຂຸ ທ. ! ເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ເສື່ອມສະຫຼາຍແລະຄວາມດັບໄປຂອງທັມມາຣົມ ແລ.

- ສະລາ. ສັງ. ໑໘/໑໖໑/໒໑໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ