ຊົງພົບ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເຮົານັ້ນ, ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜຸດຜ່ອງ ບໍ່ມີກິເລສປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ ບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ໄດ້ນ້ອມຈິຕໄປສະເພາະຕໍ່ ຍານເປັນເຄື່ອງດັບສິ້ນໄປແຫ່ງອາສະວະທັງຫຼາຍ ເຮົາຮູ້ສະເພາະແລ້ວຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;

ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງອາສະວະ” ດັ່ງນີ້. ເມື່ອເຮົາຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕກໍພົ້ນແລ້ວ ຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຮົາຮູ້ສະເພາະແລ້ວວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສຳເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້. ພິກຂຸ ທ. ! ນີ້ແລ ວິຊຊາທີສາມ ທີ່ເຮົາໄດ້ບັນລຸແລ້ວ ໃນປັດສິມະຍາມແຫ່ງຣາຕຣີ. ອະວິຊຊາຖືກກໍາຈັດແລ້ວ ວິຊຊາເກີດຂຶ້ນແລ້ວ ; ຄວາມມືດຖືກກໍາຈັດແລ້ວ ຄວາມສະຫວ່າງເກີດຂຶ້ນແລ້ວ ໂດຍອາການທີ່ເກີດຂຶ້ນແກ່ບຸຄຄົລຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວແລຢູ່.

- ມ. ມ. ໑໒/໒໓໗/໒໕໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ