ການຈະເລີນເມດຕາມີອານິສົງຫລາຍກວ່າການໃຫ້ທານ

ພຣົມວິຫານ 4

0:00/0:00
ພິກຂຸທັງຫລາຍ! ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາເຊົ້າ; ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາທ່ຽງ; ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາແລງ.

ຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາເຊົ້າ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ຫລືຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາທ່ຽງ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ຫລືຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາແລງ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ກາຣຈະເຣີນເມຕຕາຈິຕນັ້ນມີຜົລຫລາຍກວ່າທານທີ່ບຸຄຄົລໃຫ້ແລ້ວ ໓ ຄັ້ງໃນວັນໜຶ່ງນັ້ນ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ອາສັຍໄດ້ ປະພຶດໃຫ້ໝັ້ນຄົງ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.


ສັງຍຸຕຕະນິກາຍ ນິທານ. ໂອກະຂາສູຕ ໑໖/໒໖໗/໖໖໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ