ລັກສະນາການແຫ່ງຕັນຫາ
ອະຣິຍະສັດ 4
ພິກຂຸ ທ. ! ຕັນຫານີ້(ອັນ)ໃດ ເຮັດໃຫ້ມີການເກີດອີກ ປະກອບດ້ວຍຄວາມກໍາໜັດ ເພາະອໍານາດແຫ່ງຄວາມເພີນ ມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນັ້ນໆ.
- ຂັນທະ. ສັງ. ໑໗/໓໒/໕໑; ແລະ໑໙/໕໒໙/໑໖໖໕.
ຕັນຫາ ຍ່ອມປົກຄຸມບຸຄຄົລ ຜູ້ປະພຶດຕົນ ເປັນຄົນມົວເມົາ ເໝືອນເຄືອມາລຸວາ (ໃບດົກຂຶ້ນປົກຄຸມຕົ້ນໄມ້ຢູ່) ສະນັ້ນ. ເຂົາຜູ້ຖືກຕັນຫາປົກຄຸມແລ້ວ ຍ່ອມເລາະລ່ອງ ໄປສູ່ພົບນ້ອຍ ພົບໃຫຍ່ ເໝືອນລີງຕ້ອງການໝາກໄມ້ ເລາະລ່ອງໄປໃນປ່າ ສະນັ້ນ.
ຕັນຫາ ຊຶ່ງເປັນຂອງລາມົກ ແກວ່ງໄກວໄປໄດ້ທົ່ວໂລກນີ້ ສຸບງວມຜູ້ໃດເຂົ້າແລ້ວ, ຄວາມໂສກທັງຫຼາຍ ຍ່ອມລຸກລາມແກ່ບຸຄຄົລຜູ້ນັ້ນ ເໝືອນຫຍ້າວີຣະນະ໑ ຊຶ່ງງອກງາມ ແຜ່ກ້ວາງອອກໄປໂດຍໄວ ສະນັ້ນ.
ຕົ້ນໄມ້ ເຖິງແມ່ນຖືກຕັດແລ້ວ ແຕ່ເມື່ອຮາກຍັງໝັ້ນຄົງ ບໍ່ມີອັນຕະລາຍ ຍ່ອມງອກງາມຂຶ້ນມາໄດ້ອີກເຊັ່ນໃດ; ຄວາມທຸກຂ໌ນີ້ ກໍເຊັ່ນນັ້ນ, ເມື່ອຕັນຫານຸສັຍ(ຊຶ່ງເປັນຮາກເຫງົ້າຂອງມັນ) ຍັງບໍ່ຖືກຖອນຂຶ້ນແລ້ວ, ມັນຍ່ອມເກີດຂຶ້ນເລື້ອຍໄປ.
ຕັນຫາ ຊຶ່ງມີກະແສສາມສິບຫົກສາຍ ມີກໍາລັງແຂງແຮງ ໄຫຼໄປຕາມໃຈຊອບຂອງບຸຄຄົລໃດ ມີຢູ່, ຄວາມດໍາຣິ ຊຶ່ງອາໄສຣາຄະ ມີກະແສອັນໃຫຍ່ຫຼວງ ຍ່ອມພັດພາໄປ ຊຶ່ງບຸຄຄົລນັ້ນ ອັນມີທິຕຖິ(ເຫັນ)ຜິດ ເປັນທັມມະດາ.
ກະແສ (ແຫ່ງຕັນຫາ) ຍ່ອມຫຼັ່ງໄຫຼໄປ ໃນອາຣົມທັງປວງ. ເຄືອໄມ້ (ຄືຕັນຫາ) ປົ່ງຂຶ້ນແລ້ວ ຕັ້ງຢູ່. ທ່ານທັງຫຼາຍ ເຫັນເຄືອໄມ້ນັ້ນເກີດຂຶ້ນແລ້ວ ຈົ່ງຕັດຮາກມັນເສຍ ດ້ວຍປັນຍາ.
ໂສມະນັດສະ ຊຶ່ງເຊື່ອມຊຶມຊ່ານ ແລະມີເຍື່ອໃຍມີຢູ່ແກ່ສັຕ, ສັຕເຫຼົ່ານັ້ນ ຈຶ່ງສະແຫວງສຸຂ ເພາະອາໄສຄວາມຍິນດີ, ສັຕເຫຼົ່ານັ້ນແຫຼະ ເປັນຜູ້ເຂົ້າເຖິງ ຊາດ ແລະຊະຣາ.
ໝູ່ສັຕ ປະເຊີນໜ້າດ້ວຍຕັນຫາ (ເຄື່ອງໃຫ້ເກີດຄວາມສະດຸ້ງ) ຍ່ອມກະສັບກະສ່າຍ ເໝືອນກະຕ່າຍ ທີ່ຖືກບ້ວງ (ແຮ້ວ) ປະເຊີນໜ້ານາຍພານ ກະສັບກະສ່າຍຢູ່ສະນັ້ນ. ສັຕຜູ້ຂ້ອງແລ້ວດ້ວຍສັນໂຍຊນ໌ ກໍເຂົ້າເຖິງຄວາມທຸກຂ໌ ຢູ່ເລື້ອຍໄປຕະຫຼອດກາລະດົນນານ ແລ.
- ທ. ຂຸ. ໒໕/໖໐/໓໔.