ຄວາມເປັນໂສດາບັນ ປະເສີດກວ່າເປັນພຣະເຈົ້າຈັກກະພັດ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ແມ່ນວ່າພຣະເຈົ້າຈັກກະພັດ ໄດ້ຄອງຄວາມເປັນໃຫຍ່ຍິ່ງແຫ່ງທະວີບທັງສີ່ ເບື້ອງໜ້າຈາກການຕາຍເພາະການແຕກທຳລາຍແຫ່ງກາຍ ອາດໄດ້ເຂົ້າເຖິງສຸຄຄະຕິໂລກສະຫວັນເປັນສະຫາຍຢູ່ຮ່ວມກັບເຫຼົ່າເທວະດາຊັ້ນດາວະດຶງ ຖືກແວດລ້ອມຢູ່ດ້ວຍໝູ່ນາງອັບປະສອນ ໃນສວນນັນທະວັນ ທ້າວເຈົ້າເປັນຜູ້ເອີບອີ່ມພຽບພ້ອມດ້ວຍກາມະຄຸນທັງຫ້າອັນເປັນຂອງທິບ ຢ່າງນີ້ກໍຕາມ, ແຕ່ຢ່າງນັ້ນທ້າວເຈົ້າກໍຍັງ ລອດພົ້ນໄປບໍ່ໄດ້ ຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.
ພິກຂຸທັງຫຼາຍ ! ສ່ວນອະຣິຍະສາວົກໃນທັມວິນັຍນີ້ແມ່ນວ່າເປັນຜູ້ຍັງອັຕຕະພາບໃຫ້ພໍເປັນໄປດ້ວຍຄຳເຂົ້າທີ່ໄດ້ມາຈາກບິນດະບາຕ ດ້ວຍລຳແຂ່ງຂອງຕົນເອງ ພັນກາຍດ້ວຍການນຸ່ງຫົ່ມຜ້າເກົ່າໆໝອງໆ ບໍ່ມີຊາຍ, ຫາກແຕ່ວ່າເປັນຜູ້ປະກອບພ້ອມແລ້ວດ້ວຍທັມ ໔ ປະການ
ເຂົາກໍຍັງສາມາດ ລອດພົ້ນເສຍໄດ້ຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.
ພິກຂຸທັງຫຼາຍ ! ທັມ ໔ ປະການນັ້ນເປັນແນວໃດ ? ໔ ປະການ ຄື: -
ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມ ແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ
... ໃນອົງຄ໌ພຣະພຸດທະເຈົ້າ
... ໃນອົງຄ໌ພຣະທັມ
... ໃນອົງຄ໌ພຣະສົງຄ໌
... ເປັນຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ
ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ໆລໆ ດັ່ງນີ້.
ພິກຂຸທັງຫຼາຍ ! ລະຫວ່າງການໄດ້ທະວີບທັງສີ່ ກັບການໄດ້ທັມ ໔ ປະການນີ້ນັ້ນ ການໄດ້ທະວີບທັງສີ່ ມີຄ່າບໍ່ເຖິງສ້ຽວທີ່ສິບຫົກ ຂອງການໄດ້ທັມ ໔ ປະການນີ້ ເລີຍ.

- ບາລີ ມຫາວາຣ. ສັງ. ໑໙/໔໒໘-໔໒໙/໑໔໑໑-໑໔໑໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ