ຜູ້ຮູ້ອະຣິຍະສັດເປັນຫຼັກຢູ່ໃນໃຈ ຍ່ອມບໍ່ມີອາການສັ່ນສະເທືອນເພາະຖືກຂົ່ມວາທະ ດຸດດັ່ງເສົາຫີນ
ອະຣິຍະສັດ 4
ພິກຂຸ ທ. ! ພິກຂຸອົງໃດ ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ນັ້ນ ; ແມ່ນວ່າຈະຍ່ອມມີບຸຄຄົລ ທີ່ເປັນສະມະນະຫຼືພຣາມ ຊຶ່ງເປັນຜູ້ຕ້ອງການຈະໂຕ້ວາທະ ທ່ຽວສະແຫວງຫາຄູ່ໂຕ້ວາທະ ມາຈາກທິດຕາເວັນອອກ ຫຼືທິດຕາເວັນຕົກ ທິດເໜືອ ທິດໃຕ້ກໍຕາມ ໂດຍປະກາດວ່າ “ເຮົາຈັກຂົ່ມວາທະ ຂອງພິກຂຸອົງນັ້ນເສຍ” ດັ່ງນີ້ ; ຂໍ້ທີ່ສະມະນະຫຼືພຣາມນັ້ນ ຈັກເຮັດພິກຂຸນັ້ນໃຫ້ຫວັ່ນໄຫວ ສັ່ນສະເທືອນຫຼືສັ່ນໄຫວໄປໂດຍຖືກທັມນັ້ນ ບໍ່ແມ່ນຖານະທີ່ຈະເປັນໄປໄດ້ເລີຍ. ຂໍ້ນີ້ເປັນເພາະເຫຕໃດໜໍ ? ເພາະເຫຕທີ່ອະຣິຍະສັຈຈ໌ສີ່ນັ້ນ ເປັນທັມທີ່ພິກຂຸນັ້ນ ເຫັນແລ້ວດ້ວຍດີ.
ພິກຂຸ ທ. ! ປຽບເໝືອນເສົາຫີນຍາວ ໑໖ ສອກ ຝັງຢູ່ໃນດິນ ໘ ສອກ ໂຜ່ຂຶ້ນພົ້ນດິນ ໘ ສອກ ເຖິງແມ່ນຈະມີລົມພາຍຸຝົນຢ່າງຮຸນແຮງ ມາຈາກທິດຕາເວັນອອກ ຫຼືທິດຕາເວັນຕົກ ທິດເໜືອ ທິດໃຕ້ກໍຕາມ ບໍ່ສາມາດເຮັດເສົາຫີນນັ້ນໃຫ້ຫວັ່ນໄຫວ ສັ່ນສະເທືອນ ຫຼືສັ່ນໄຫວໄປໄດ້ເລີຍ. ຂໍ້ນີ້ເປັນເພາະເຫຕໃດໜໍ ? ເພາະສ່ວນທີ່ຝັງນັ້ນເລິກ ແລະຝັງເປັນຢ່າງດີ ; ເຊັ່ນໃດກໍເຊັ່ນນັ້ນ.