ສາວົກມາຢູ່ອາໄສພຣະອົງເພາະຊົງຕອບປັນຫາອະຣິຍະສັດໄດ້

ອະຣິຍະສັດ 4

0:00/0:00
ອຸທາຢິ ! ….ບາງຄັ້ງເຮົາບໍລິໂພກພຽງຂອບປາກບາຕ ບາງຄັ້ງຍິ່ງຂຶ້ນໄປ, ຖ້າສາວົກທັງຫຼາຍສັກກາຣະ ເຄົາຣົບ ນັບຖື ບູຊາແລະມາຢູ່ອາໄສນໍາເຮົາ ເພາະເຂົ້າໃຈວ່າ ເຮົາເປັນຜູ້ມີອາຫາຣໜ້ອຍ ແລະກ່າວສັນເສີນຄວາມມີອາຫາຣໜ້ອຍແລ້ວ ສາວົກພວກທີ່ສັນອາຫາຣພຽງຈອກນ້ອຍ ເຄິ່ງຈອກນ້ອຍ ທໍ່ໜ່ວຍໝາກຕູມ ເຄິ່ງໜ່ວຍໝາກຕູມ ກໍຈະຫາສັກກາຣະ ເຄົາຣົບ ນັບຖື ບູຊາແລ້ວ ແລະຢູ່ອາໄສນໍາເຮົາ ເພາະເຫຕນັ້ນຍ່ອມເປັນບໍ່ໄດ້.

ອຸທາຢິ !.... ບາງຄັ້ງເຮົາຄອງຄະຫະບໍດີຈີວອນ ແພຜ້າແໜ້ນລະອຽດດ້ວຍເສັ້ນດ້າຍ ດຸດດັ່ງຂົນໝາກນໍ້າ, ຖ້າສາວົກທັງຫຼາຍສັກກາຣະ ຯລຯ ຢູ່ອາໄສນໍາເຮົາເພາະເຂົ້າໃຈວ່າເຮົາເປັນຜູ້ສັນໂດດ ດ້ວຍຈີວອນຕາມມີຕາມໄດ້ແລ້ວ ສາວົກພວກທີ່ຖືຜ້າບັງສຸກຸລະ ຊົງຈີວອນເສົ້າໝອງ ເລາະຫາຜ້າຂາດໆຈາກປ່າຊ້າແດ່ ຈາກກອງຂີ້ເຫຍື່ອເສດຝອຍແດ່ ຈາກໃຕ້ຮ້ານຕະຫຼາດແດ່ ມາເຮັດເປັນສັງຄາຕິຄອງ ກໍຈະຫາສັກກາຣະ ຯລຯ ຢູ່ອາໄສດ້ວຍເຮົາ ເພາະເຫຕນັ້ນຍ່ອມເປັນບໍ່ໄດ້.

ອຸທາຢິ !….ບາງຄັ້ງເຮົາຢູ່ອັ່ງອໍດ້ວຍພິກຂຸທັງຫຼາຍ ດ້ວຍພິກຂຸນີທັງຫຼາຍ ດ້ວຍອຸປາສົກທັງຫຼາຍ ດ້ວຍອຸປາສິກາທັງຫຼາຍ ດ້ວຍພຣະຣາຊາ ແລະອາມາດຂອງພຣະຣາຊາທັງຫຼາຍ ດ້ວຍເດຍຣະຖີ ແລະສາວົກຂອງເດຍຣະຖີທັງຫຼາຍ, ຖ້າວ່າສາວົກທັງຫຼາຍສັກກາຣະ ຯລຯ ຢູ່ອາໄສນໍາເຮົາເພາະເຂົ້າໃຈວ່າ ເຮົາເປັນຜູ້ເສບເສນາສະນະອັນງຽບສງົບແລ້ວ ສາວົກພວກທີ່ຢູ່ປ່າ ຖືເສນາສະນະງຽບສງົບໃນປ່າ ມາສູ່ທີ່ປະຊຸມສົງຄ໌ ສະເພາະຍາມມີປາຕິໂມກຂ໌ທຸກໆເຄິ່ງເດືອນເທົ່ານັ້ນ ກໍຈະຫາສັກກາຣະ ຯລຯ ຢູ່ອາໄສນໍາເຮົາ ເພາະເຫຕນັ້ນຍ່ອມເປັນບໍ່ໄດ້. ຯລຯ

ອຸທາຢິ !....ສາວົກທັງຫຼາຍຂອງເຮົາ ຖືກຄວາມທຸກຂ໌ຢັ່ງລົງແລ້ວ ມີທຸກຂ໌ຢູ່ຕໍ່ໜ້າແລ້ວ ດ້ວຍທຸກຂ໌ໃດ, ເຂົາເຫຼົ່ານັ້ນເຂົ້າໄປຫາເຮົາແລ້ວ ຖາມທຸກຂະອະຣິຢະສັຈຈະກັບເຮົາ ເຮົາຖືກຖາມແລ້ວ ກໍພະຍາກອນໃຫ້ ເຮົາຍັງຈິຕຂອງເຂົາເຈົ້າເຫຼົ່ານັ້ນໃຫ້ຍິນດີໄດ້ ດ້ວຍການພະຍາກອນປັນຫາ....ເຂົາຖາມທຸກຂະສະມຸທະຢະອະຣິຢະສັຈຈະ, ທຸກຂະນິໂຣທະອະຣິຍະສັຈຈ໌, ແລະທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌ກັບເຮົາ, ເຮົາຖືກຖາມແລ້ວກໍພະຍາກອນໃຫ້ ເຮົາຍັງຈິຕຂອງເຂົາເຫຼົ່ານັ້ນ ໃຫ້ຍິນດີໄດ້ດ້ວຍການພະຍາກອນປັນຫາ. ອຸທາຢິ ! ນີ້ແລ ເປັນເຫຕໃຫ້ສາວົກທັງຫຼາຍຂອງເຮົາ ສັກກາຣະ ເຄົາຣົບ ນັບຖື ບູຊາແລ້ວ ແລະຢູ່ອາໄສນໍາເຮົາ.

- ມ. ມ. ໑໓/໓໑໘-໓໒໓/໓໒໔-໓໓໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ