ຜູ້ບໍ່ຮູ້ອະຣິຍະສັດຍ່ອມຫຼົງສ້າງເຫວແຫ່ງຄວາມທຸກເພື່ອຕົວເອງຢູ່ເລື້ອຍໄປ
ອະຣິຍະສັດ 4
ພິກຂຸ ທ. ! ບຸຄຄົລເຫຼົ່າໃດ ຈະເປັນສະມະນະ ຫຼືພຣາມກໍຕາມ ບໍ່ຮູ້ຢູ່ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ” ດັ່ງນີ້ແລ້ວ ; ເຂົາເຫຼົ່າ ນັ້ນ ຍ່ອມຍິນດີຢ່າງຍິ່ງ ໃນເຫຕປັຈຈັຍ ເຄື່ອງປຸງແຕ່ງ ຊະນິດທີ່ເປັນໄປພ້ອມເພື່ອ ຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈ. ເຂົາຜູ້ຍິນດີໃນເຫຕປັຈຈັຍເຄື່ອງປຸງແຕ່ງ ຊະນິດນັ້ນໆແລ້ວ ຍ່ອມ ກໍ່ສ້າງ ຢູ່ຊຶ່ງເຫຕປັຈຈັຍ ເຄື່ອງປຸງແຕ່ງຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນນັ້ນໆ. ຄັນເຂົາກໍ່ສ້າງເຫຕປັຈຈັຍ ນັ້ນໆແລ້ວ ເຂົາກໍຕົກລົງໃນເຫວ ແຫ່ງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈນັ້ນເອງ. ເຮົາຍ່ອມກ່າວບຸຄຄົລເຫຼົ່ານັ້ນວ່າ “ເຂົາ ບໍ່ພົ້ນໄປຈາກທຸກຂ໌ ທັງຫຼາຍ ຄືຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈໄປໄດ້,” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໖໐/໑໗໒໙.
- ມຫາວາຣ. ສັງ. ໑໙/໕໖໐/໑໗໒໙.








