ອາຣົມເພື່ອການຕັ້ງຢູ່ໄດ້ຂອງວິນຍານ
ປະຕິຈະສະມຸບາດ
ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍອາຣົມເປັນທີ່ຕັ້ງແຫ່ງພົບໃໝ່)
ພິກຂຸ ທ. ! ຖ້າບຸຄຄົລຍ່ອມຄິດ (ເຈເຕຕິ) ເຖິງສິ່ງໃດຢູ່, ຍ່ອມດໍາຣິ (ປະກັບເປຕິ) ເຖິງສິ່ງໃດຢູ່, ແລະຍ່ອມມີຈິຕຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານຍ່ອມມີ ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປຍ່ອມມີ ; ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນຕໍ່ໄປ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ຖ້າບຸຄຄົລຍ່ອມບໍ່ຄິດ (ໂນ ເຈເຕຕິ) ເຖິງສິ່ງໃດ, ຍ່ອມບໍ່ດໍາຣິ (ໂນ ປະກັບເປຕິ) ເຖິງສິ່ງໃດ, ແຕ່ເຂົາຍັງມີໃຈຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່ ; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ ຍ່ອມມີ ; ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຍ່ອມເກີດຂຶ້ນຄົບຖ້ວນຕໍ່ໄປ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
- ນິທານ. ສັງ. ໑໖/໗໘/໑໔໕.

(ຊົງສະແດງດ້ວຍອາຣົມເປັນທີ່ກ້າວລົງແຫ່ງນາມຮູບ)
ພິກຂຸ ທ. ! ຖ້າບຸຄຄົລຍ່ອມຄິດ (ເຈເຕຕິ) ເຖິງສິ່ງໃດຢູ່, ຍ່ອມດໍາຣິ (ປະກັບເປຕິ) ເຖິງສິ່ງໃດຢູ່, ແລະຍ່ອມມີຈິຕປັກລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່; ສິ່ງນັ້ນຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມ ມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ການກ້າວລົງແຫ່ງນາມຮູບ ຍ່ອມມີ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ຖ້າບຸຄຄົລ ຍ່ອມບໍ່ຄິດເຖິງສິ່ງໃດ, ຍ່ອມບໍ່ດໍາຣິເຖິງສິ່ງໃດ, ແຕ່ເຂົາຍັງມີໃຈຝັງລົງໄປ (ຄືມີອະນຸສັຍ) ໃນສິ່ງໃດຢູ່; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ ແຫ່ງວິນຍານ. ເມື່ອອາຣົມມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ການກ້າວລົງ ແຫ່ງນາມຮູບ ຍ່ອມມີ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
- ນິທານ. ສັງ. ໑໖/໗໙/໑໔໗.