ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍ ແລະຈິດຍ່ອມມີຂຶ້ນບໍ່ໄດ້ (ອານາປານະສະຕິ)

ອານາປານະສະຕິ

0:00/0:00
ຄັ້ງໜຶ່ງ ພຣະຜູ້ມີພຣະພາກເຈົ້າ ໄດ້ແລເຫັນພຣະມະຫາກັບປິນະ ຜູ້ມີກາຍບໍ່ສັ່ນຄອນແລ້ວ ໄດ້ຕຣັດແກ່ພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ພວກເຈົ້າເຫັນຄວາມຫວັ່ນໄຫວ ຫຼື
ຄວາມສັ່ນຄອນແຫ່ງກາຍ ຂອງມະຫາກັບປິນະ ແດ່ຫຼືບໍ່ ?
“ຂ້າແຕ່ພຣະອົງຜູ້ຈະເລີນ ! ເວລາໃດທີ່ຂ້ານ້ອຍທັງຫຼາຍ ເຫັນທ່ານຜູ້ມີອາຍຸ ນັ່ງໃນທ່າມກາງສົງສ໌ກໍດີ ນັ່ງໃນທີ່ລັບຜູ້ດຽວກໍດີ ໃນເວລານັ້ນໆ ຂ້ານ້ອຍທັງຫຼາຍບໍ່ໄດ້ເຫັນຄວາມຫວັ່ນໄຫວ ຫຼື ຄວາມສັ່ນຄອນແຫ່ງກາຍຂອງທ່ານຜູ້ມີອາຍຸອົງນັ້ນເລີຍ ຂ້ານ້ອຍ !”
ພິກຂຸທັງຫຼາຍ ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ມີຂຶ້ນບໍ່ໄດ້ ເພາະການຈະເລີນເຮັດໃຫ້ຫຼາຍເຊິ່ງສະມາທິໃດ ພິກຂຸມະຫາກັບປິນະ ນັ້ນ ເປັນຜູ້ໄດ້ຕາມປາຖະໜາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ເຊິ່ງສະມາທິນັ້ນ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ມີຂຶ້ນບໍ່ໄດ້ ເພາະການຈະເລີນເຮັດໃຫ້ຫຼາຍເຊິ່ງສະມາທິເຫຼົ່າໃດໜໍ ?
ພິກຂຸທັງຫຼາຍ ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຍ່ອມມີບໍ່ໄດ້ ເພາະການຈະເລີນເຮັດໃຫ້ຫຼາຍເຊິ່ງ ອານາປານະສະຕິສະມາທິ.
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິສະມາທິອັນບຸກຄົນ ຈະເລີນເຮັດໃຫ້ຫຼາຍແລ້ວ ແນວໃດໜໍ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຈຶ່ງບໍ່ມີ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ...

ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິສະມາທິ ອັນບຸກຄົນຈະເລີນເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຍ່ອມມີບໍ່ໄດ້ ດັ່ງນີ້.

- ບາລີ ມຫາວາຣ. ສັງ. ໑໙/໓໙໙-໔໐໐/໑໓໒໒-໑໓໒໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ