ວາຈາທີ່ບໍ່ມີໂທດ

ຄາຣະວາດຊັ້ນເລີດ

0:00/0:00
ພິກຂຸທັງຫຼາຍ ! ວາຈາອັນປະກອບດ້ວຍອົງຄ໌ 5 ປະການ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທສ ແລະວິນຍູຊົນບໍ່ຕິຕຽນ. ອົງຄ໌ 5 ປະການ ແນວໃດໜໍ ? 5 ປະການ ຄື:
1. ກ່າວແລ້ວຄວນແກ່ເວລາ.
2. ກ່າວແລ້ວຕາມສັຈຈິງ.
3. ກ່າວແລ້ວຢ່າງອ່ອນຫວານ.
4. ກ່າວແລ້ວຢ່າງປະກອບດ້ວຍປະໂຍຊນ໌).
5. ກ່າວແລ້ວດ້ວຍເມຕຕາຈິດ.


ພິກຂຸທັງຫຼາຍ ! ວາຈາອັນປະກອບດ້ວຍອົງ 5 ປະການ ເຫຼົ່ານີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທສ ແລະວິນຍູຊົນບໍ່ຕິຕຽນ.

ບາລີ ປັນຈກ. ອັງ. ໒໒/໒໗໑/໑໙໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ