ແຫວ່ນສ່ອງຄວາມເປັນພຣະໂສດາບັນ
ໂສດາບັນ
ອານົນທ໌ ! ເຮົາຈັກສະແດງ ທັມປະຣິຍາຍອັນຊື່ວ່າ ແຫວ່ນທັມ ຊຶ່ງຫາກອະຣິຍະສາວົກຜູ້ໃດ ໄດ້ປະກອບພ້ອມແລ້ວ ເມື່ອຈຳນົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້ໃນຂໍ້ທີ່ຕົນເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດເດຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ, ໃນຂໍ້ທີ່ຕົນເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ ດັ່ງນີ້.
ອານົນທ໌ ! ກໍທັມປະຣິຍາຍອັນຊື່ວ່າ ແຫວ່ນທັມໃນບ່ອນນີ້ ເປັນແນວໃດໜໍ ?
ອານົນທ໌ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບ ພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ... ໃນອົງຄ໌ພຣະສົງຄ໌... ແລະອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ ຄືເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ.
ອານົນທ໌ ! ທັມປະຣິຍາຍອັນນີ້ແລ ທີ່ຊື່ວ່າ ແຫວ່ນທັມ ຊຶ່ງຫາກຣິຍະສາວົກ ຜູ້ໃດໄດ້ປະກອບພ້ອມແລ້ວ ເມື່ອຈຳນົງ
ຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້, ດັ່ງນີ້ແລ.
- ບາລີ ມະຫາວາຣ. ສັງ. ໑໙/໔໕໐-໔໕໑/໑໔໗໙-໑໔໘໐.