ອະຣິຢະວິໂມກຄື ອະມະຕະທັມ
ທໍາໃນທີສຸດ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອະຣິຢະວິໂມກຂ໌ (ຄວາມພົ້ນພິເສດອັນປະເສີດ) ເປັນແນວໃດໜໍ ?”
ອານົນທ໌ ! ອະຣິຍະສາວົກ ໃນກໍລະນີນີ້ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງ ດັ່ງນີ້ວ່າ :-
໑. ກາມທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໒. ກາມະສັນຍາ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ກາມະສັນຍາ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໓. ຮູບທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ;
໔. ຮູບສັນຍາທັງຫຼາຍ ທີ່ເປັນໄປ ໃນພົບປັຈຈຸບັນນີ້ ເຫຼົ່າໃດດ້ວຍ, ຮູບທັງຫຼາຍ ທີ່ເປັນໄປ ໃນພົບເບື້ອງໜ້າ ເຫຼົ່າໃດດ້ວຍ ;
໕. ອາເນນຊະສັນຍາ ເຫຼົ່າໃດດ້ວຍ,
໖. ອາກິນຈັນຍາຢະຕະນະສັນຍາ ເຫຼົ່າໃດດ້ວຍ;
໗. ເນວະສັນຍານາສັນຍາຢະຕະນະສັນຍາ ເຫຼົ່າໃດດ້ວຍ.
(ທັມທັງໝົດເຈັດໝູ່) ນັ້ນ (ລ້ວນແຕ່) ເປັນສັກກາຢະ. ສັກກາຢະ ມີປະມານເທົ່າໃດ, ອະມະຕະທັມນັ້ນ ຄືວິໂມກຂ໌ແຫ່ງຈິຕ ເພາະຄວາມບໍ່ຢຶດໝັ້ນ ຊຶ່ງສັກກາຢະ ມີປະມານເທົ່ານັ້ນ.
ອານົນທ໌ ! ດ້ວຍອາການເຊັ່ນນີ້ແລ ເປັນອັນວ່າ ອາເນນຊະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ອາກິນຈັນຍາຢະຕະນະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ເນວະສັນຍານາສັນຍາຢະຕະນະສັບປາຢະປະຕິປະທາ ເຮົາສະແດງແລ້ວ, ການອາໄສແລ້ວໆ ຊຶ່ງສັບປາຢະປະຕິປະທາ (ຕາມລໍາດັບໆ) ແລ້ວຂ້າມໂອຄະເສຍໄດ້ ເຮົາກໍສະແດງແລ້ວ, ນັ້ນແຫຼະ ຄື ອະຣິຢະວິໂມກຂະ.
ອານົນທ໌ ! ກິດອັນໃດ ທີ່ສາສະດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈະຍ່ອມເຮັດແກ່ສາວົກທັງຫຼາຍ, ກິດອັນນັ້ນເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າທັງຫຼາຍ. ອານົນທ໌ ! ນັ້ນເຫງົ້າໄມ້ ນັ້ນເຮືອນວ່າງ. ອານົນທ໌ ! ພວກເຈົ້າທັງຫຼາຍ ຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ. ພວກເຈົ້າທັງຫຼາຍ ຢ່າໄດ້ເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫຼັງເລີຍ. ນີ້ແຫຼະເປັນວາຈາເຄື່ອງກ່າວ(ພໍ່າ)ສອນແກ່ພວກເຈົ້າທັງຫຼາຍ ຂອງເຮົາ.
- ອຸປຣິ. ມ. ໑໔/໗໙/໙໑-໙໒.