ຊີວິດມະນຸດກັບຈະຕຸຣາຣິຢະສັດຈະ ມະນຸດສ່ວນຫຼາຍໄດ້ຢຶດຖືເອົາທີ່ເພິ່ງຜິດໆ
ອະຣິຍະສັດ 4
ມະນຸດທັງຫຼາຍສ່ວນໃຫຍ່ຖືກພັຍ (ຄວາມຢ້ານ) ຮຸກຮານເອົາແລ້ວ ຍ່ອມຢຶດຖືເອົາພູເຂົາແດ່ ປ່າໄມ້ທີ່ສັກສິດແດ່ ສວນສັກສິດແດ່ ຣຸກຂະເຈດີແດ່ ວ່າເປັນທີ່ເພິ່ງຂອງຕົນໆ : ນັ້ນບໍ່ແມ່ນທີ່ເພິ່ງອັນສ້າງຄວາມກະເສມໃຫ້ໄດ້ເລີຍ, ນັ້ນບໍ່ແມ່ນທີ່ເພິ່ງອັນສູງສຸດ ; ຜູ້ໃດຖືເອົາສິ່ງນັ້ນໆ ເປັນທີ່ເພິ່ງແລ້ວ ຍ່ອມບໍ່ຫຼຸດພົ້ນໄປຈາກທຸກຂ໌ທັງປວງໄດ້.
ສ່ວນຜູ້ໃດ ທີ່ເຖິງພຣະພຸດ ພຣະທັມ ພຣະສົງຄ໌ ເປັນທີ່ເພິ່ງແລ້ວ ເຫັນອະຣິຍະສັຈຈ໌ທັງສີ່ ດ້ວຍປັນຍາອັນຖືກຕ້ອງ ຄືເຫັນທຸກຂ໌, ເຫັນເຫຕເປັນເຄື່ອງໃຫ້ເກີດຂຶ້ນຂອງທຸກຂ໌, ເຫັນຄວາມກ້າວຜ່ານເສຍໄດ້ຊຶ່ງທຸກຂ໌, ແລະເຫັນມັຄຄະປະກອບດ້ວຍອົງຄ໌ແປດອັນປະເສີດ ຊຶ່ງເປັນເຄື່ອງໃຫ້ເຖິງຄວາມເຂົ້າໄປສະງົບ ລະງັບແຫ່ງທຸກຂ໌ : ນັ້ນແຫຼະຄືທີ່ເພິ່ງອັນກະເສມ, ນັ້ນຄືທີ່ເພິ່ງອັນສູງສຸດ ; ຜູ້ໃດຖືເອົາທີ່ເພິ່ງນັ້ນແລ້ວ ຍ່ອມຫຼຸດພົ້ນໄປຈາກທຸກຂ໌ທັງປວງ ໄດ້ແທ້.
- ທ. ຂຸ. ໒໕/໔໐/໒໔.