(ຕ່ອງ) ລູກໂສ້ແຫ່ງຄວາມດັບທຸກ
ອະຣິຍະສັດ 4
ພິກຂຸ ທ. ! ເພາະຄວາມຈາງຄາຍລົງຈົນດັບບໍ່ເຫຼືອແຫ່ງອະວິຊຊາ ນັ້ນແຫຼະ ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງອາຍະຕະນະຫົກ; ເພາະຄວາມດັບແຫ່ງອາຍະຕະນະຫົກ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະຄວາມດັບແຫ່ງຊາດ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະ ຍ່ອມດັບບໍ່ເຫຼືອ. ຄວາມດັບບໍ່ເຫຼືອແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.
- ນິທານ. ສັງ. ໑໖/໒/໓.
- ນິທານ. ສັງ. ໑໖/໒/໓.








