ລາສຳຄັນຕົນວ່າເປັນງົວ

ທໍາໃນທ່າມກາງ

0:00/0:00
ພິກຂຸທັງຫລາຍ! ລາຕິດຕາມໄປຂ້າງຫລັງຝູງງົວ ມັນຮ້ອງວ່າ “ເຮົາກໍເປັນງົວ ເຮົາກໍເປັນງົວ” ແຕ່ສີຂອງມັນບໍ່ເໝືອນງົວ ສຽງຂອງມັນບໍ່ເໝືອນງົວ ຮອຍຕີນຂອງມັນບໍ່ເໝືອນງົວ ມັນເປັນພຽງເດີນຕາມໄປຂ້າງຫລັງຝູງງົວແລ້ວຮ້ອງວ່າ “ເຮົາກໍເປັນງົວ ເຮົາກໍເປັນງົວ” ເທົ່ານັ້ນ ສັນໃດ;
ພິກຂຸທັງຫລາຍ ພິກຂຸບາງອົງຄ໌ໃນທັມວິໄນນີ້ກໍສັນນັ້ນເໝືອນກັນ ຕິດຕາມໄປຂ້າງຫລັງໝູ່ພິກຂຸຮ້ອງປະກາດວ່າ “ເຮົາກໍເປັນພິກຂຸ ເຮົາກໍເປັນພິກຂຸ” ແຕ່ເຂົາບໍ່ມີຄວາມພໍໃຈໃນການສະມາທານອະທິ ສີນລະສິກຂາ ເໝືອນພິກຂຸອື່ນ ບໍ່ມີຄວາມພໍໃຈໃນການສະມາທານອະທິຈິດຕະສິກຂາ ເໝືອນພິກຂຸອື່ນ ບໍ່ມີຄວາມພໍໃຈໃນການສະມາທານອະທິປັນຍາສິກຂາ ເໝືອນພິກຂຸອື່ນ ເຂົາເປັນພຽງຜູ້ຕິດຕາມໄປຂ້າງຫລັງໝູ່ພິກຂຸ ແລ້ວຮ້ອງປະກາດວ່າ “ເຮົາກໍເປັນພິກຂຸ ເຮົາກໍເປັນພິກຂຸ” ດັ່ງນີ້ເທົ່ານັ້ນ.

ພິກຂຸທັງຫລາຍ ເພາະສະນັ້ນແລ ທ່ານທັງຫຼາຍຄວນສຶກສາຢ່າງນີ້ວ່າ:
ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິສີນລະສິກຂາ,
ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິຈິດຕະສິກຂາ,
ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິປັນຍາສິກຂາ.

ພິກຂຸທັງຫຼາຍ! ທ່ານທັງຫຼາຍຄວນສຶກສາຢ່າງນີ້ແລ.

----------------------------------------------------
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ 20/218/522
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ