ຫຼັກຄວາມປະພຶດທີ່ດີຂອງສາມີ ພັນຣະຍາ(ເມຍ ເເລະ ຜົວ)

ທໍາໃນເບື້ອງຕົ້ນ

0:00/0:00
ຄະຫະບໍດີບຸດ! ພະຣິຍາຜູ້ເປັນທິດເບື້ອງຫລັງອັັນສາມີຄວນບຳຣຸງດ້ວຍສະຖານະ 5 ຄື:
ດ້ວຍການຍົກຍ້ອງ,
ບໍ່ດູໝິ່ນ,
ບໍ່ປະພຶດນອກໃຈ,
ມອບຄວາມເປັນໃຫຍ່ໃຫ້,
ໃຫ້ເຄື່ອງແຕ່ງໂຕ,


ຄະຫະບໍດີບຸດ! ພະຣິຍາຜູ້ເປັນທິສເບື້ອງຫລັງອັັນສາມີບຳຣຸງດ້ວຍສະຖານະ 5 ເຫລົ່ານີ້ແລ້ວ ຄວນອະນຸເຄາະສາມີດ້ວຍສະຖານະ 5 ຄື:
ຈັດການງານດີ,
ສົງເຄາະຄົນຂ້າງຄຽງຂອງສາມີ,
ບໍ່ປະພຶດນອກໃຈສາມີ,
ຮັກສາຊັບທີ່ສາມີຫາມາໄດ້,
ມີຄວາມຂະຫຍັນບໍ່ກຽດຄ້ານໃນການງານທັງປວງ,

ຄະຫະບໍດີບຸດ! ພະຣິຍາຜູ້ເປັນທິດເບື້ອງຫລັງອັັນສາມີບຳຣຸງດ້ວຍສະຖານະ 5 ເຫຼົ່ານີ້ ທິດເບື້ອງຫລັງນັ້ນຊື່ວ່າ ສາມີປົກປ້ອງແລ້ວ ເປັນທິດອັນກະເສມ ບໍ່ມີໄພເກີດຂຶ້ນ ດັ່ງນີ້.

----------------------------------------------------
ທີຄະນິກາຍ ປາຕິກະວັຄ 11/145/201
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ