ບໍ່ໄດ້ປະພຶດພຣົມມະຈັນເພື່ອໃຫ້ໃຜນັບຖື

ຕາມຮອຍທຳ

0:00/0:00
ພິກຂຸທັງຫຼາຍ ! ພຣົມມະຈັນນີ້ເຮົາປະພຶດ
* ບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື
* ບໍ່ແມ່ນເພື່ອເອີ້ນຄົນມາເປັນບໍລິວານ
* ບໍ່ແມ່ນເພື່ອອານິສົງຈະໄດ້ເປັນເຈົ້າຣັດທິ ຫຼື
* ເພື່ອຄ້ານຣັດທິອື່ນໃດ ໃຫ້ລົ້ມລົງໄປ ແລະ
* ບໍ່ແມ່ນໃຫ້ມະຫາຊົນເຂົ້າໃຈວ່າ ເຮົາໄດ້ເປັນຜູ້ວິເສດ ຢ່າງນັ້ນຢ່າງນີ້ກໍ່ຫາບໍ່ໄດ້

ພິກຂຸທັງຫຼາຍ ! ທີ່ແທ້ພຣົມມະຈັນນີ້ ເຮົາປະພຶດ ເພື່ອສຳລວມ ເພື່ອລະ ເພື່ອຄາຍກຳໜັດ ເພື່ອດັບສະນິດຊຶ່ງທຸກແລ.

----------------------------------------------------
ບາລີ ຈຕຸກກ. ຄໍ.21/33/45
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ