ຜູ້ທີ່ຊື່ວ່າຮັກຕົນເອງ ແລະ ຮັກຜູ້ອື່ນ(ສະຕິປະຖານ4)
ສະຕິປະຖານ 4
🌳ຜູ້ຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ
🌳ຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າ ຮັກສາຕົນ
ສະໃໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ ທີ່ນິຄົມຂອງຊາວສຸມພະຊື່ເສທະກະ ໃນສຸມພະຊົນນະບົດ ທີ່ນັ້ນແລ ພຣະຜູ້ມີພຣະພາກກວ່າກັບພິກຂຸທັງຫລາຍວ່າ...
ພິກຂຸທັງຫລາຍ ! ເລື່ອງເຄີຍມີມາແລ້ວ ຄົນຈັນທານຜູ້ເປັນນັກໄຕ່ຮາວ ຍົກໄມ້ໄຜ່ຂື້ນຕັ້ງໄວ້ແລ້ວ ເອີ້ນສິດຊື່ເມທະກະຖາລິກະມາບອກວ່າ:
" ດູຣາເມທະກະຖາລິກະ ຜູ້ເປັນສະຫາຍ ມາເຖີ້ນ ມາຂື້ນໄມ້ໄຜ່ແລ້ວຍືນຢູ່ເທິງຄໍຂອງເຮົາ " ເມທະກະຖາລິກະ ຜູ້ເປັນສິດຮັບຄຳຂອງນັກໄຕ່ຮາວແລ້ວ ຂື້ນຮາວໄມ້ໄຜ່ ຍືນຢູ່ເທິງຄໍຂອງອາຈານ, ຄັ້ງນັ້ນແລ ຄົນຈັນທານນັກໄຕ່ຮາວຈຶ່ງເວົ້າກັບ ເມທະກະຖາລິ ຜູ້ເປັນສິດວ່າ "
ດູຣາເມທະກະຖາລິກະ ຜູ້ເປັນສະຫາຍ ທ່ານຈົງຮັກສາເຮົາ ເຮົາຈັກຮັກສາທ່ານ ເຮົາທັງສອງຕ່າງຄຸ້ມຄອງກັນແລະ ກັນຢ່າງນີ້ ຕ່າງຮັກສາກັນ ແລະ ກັນຢູ່ນີ້ ຈັກສະແດງ ສີລະປະ ຈັກໄດ້ລາບ ແລະຈັກລົງຈາກຮາວໄມ້ໄຜ່ໄດ້ໂດຍສະຫວັດດີ. "
ດູຣາພິກຂຸທັງຫລາຍ ! ເມື່ອອາຈານກ່າວຢ່າງນີ້ແລ້ວ ເມທະກະຖາລິກະ ຜູ້ເປັນສິດໄດ້ກ່າວຕອບວ່າ
" ຂ້າແຕ່ທ່ານອາຈານ ກໍເລື່ອງນີ້ຈະເປັນຢ່າງນັ້ນຫາບໍ່ໄດ້ ທ່ານຈົງຮັກສາຕົນ ເຮົາກໍຈະຮັກສາຕົນ ເຮົາທັງສອງຕ່າງຄຸ້ມຄອງຕົນ ຕ່າງຮັກສາຕົນຢ່າງນີ້ຈັກສະແດງສີລະປະ ຈັກໄດ້ລາບ ແລະ ຈັກລົງຈາກຮາວໄມ້ໄຜ່ໄດ້ໂດຍສະຫວັດດີ. "
ພຣະຜູ້ມີພຣະພາກກວ່າວ່າ ເຫດຜົນໃນຂໍ້ນັ້ນມີດັ່ງນີ້ ເໝືອນສິດຊື່ເມທະກະຖາລິກະ ໄດ້ເວົ້າກັບອາຈານ ເຊັ່ນນັ້ນ,
ດູຣາພິກຂຸທັງຫລາຍ ! ທ່ານຈົ່ງເສບສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຜູ້ອື່ນ, ບຸກຄົນຜູ້ຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ ບຸກຄົນຜູ້ຮັກສາຜູ້ອື່ນ ຊື່ວ່າຮັກສາຕົນ.
ດູຣາພິກຂຸທັງຫລາຍ ! ກໍບຸກຄົນຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນ ເປັນແນວໃດ ?
ທີ່ຊື່ວ່າ ຮັກສາຕົນ:
1. ດ້ວຍຄວາມອົດທົນ .
2. ດ້ວຍຄວາມບໍ່ບຽດບຽນ (ສີນ5).
3. ດ້ວຍຄວາມມີຈິດປະກອບດ້ວຍເມດຕາ.
4. ດ້ວຍຄວາມເອັນດູ.
ບຸກຄົນຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນຢ່າງນີ້ແລ.
ດູຣາພິກຂຸທັງຫລາຍ ! ທ່ານຕ້ອງເສບສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຕົນ, ຕ້ອງເສບສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຜູ້ອື່ນ, ບຸກຄົນຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນບຸກຄົນຜູ້ຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນ.
----------------------------------------------------
- ມຫາວາຣ. ສໍ.19/185/758.