ທີ່ໃດມີຮັກ ທີ່ນັ້ນມີທຸກ

ຄາຣະວາດຊັ້ນເລີດ

0:00/0:00
ສະໄໝໜຶ່ງພຣະຜູ້ມີພຣະພາກປະທັບຢູ່ທີ່ບຸບພາຣາມ ປາສາດຂອງນາງວິສາຂາມິຄາຣະມາຣດາ ໃກ້ພຣະນະຄອນສາວັດຖີ ກໍສະໄໝນັ້ນ ຫລານຂອງນາງວິສາຂາມິຄາຣະມານດາຜູ້ເປັນທີ່ຮັກທີ່ພໍໃຈເສຍຊີວິດ ຄັ້ງນັ້ນ ນາງວິສາຂາມິຄາຣະມານດາມີຜ້າປຽກ ຜົມປຽກ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບແຕ່ທ່ຽງວັນ ກຣາບອະພິວາດແລ້ວກໍໄດ້ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ,
ພຣະຜູ້ມີພຣະພາກໄດ້ກວ່າຖາມນາງວິສາຂາມິຄາຣະມານດາວ່າ:

ວິສາຂາ ! ເຈົ້າມາແຕ່ໃສຈຶ່ງມີຜ້າປຽກ ມີຜົມປຽກ ເຂົ້າມາທີ່ນີ້ແຕ່ທ່ຽງວັນ?

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຫຼານສາວຂອງຂ້ານ້ອຍຜູ້ເປັນທີ່ຮັກ ທີ່ພໍໃຈເສຍຊີວິດແລ້ວ ຈຶ່ງເຮັດໃຫ້ຂ້ານ້ອຍມີຜ້າປຽກ ມີຜົມປຽກ ເຂົ້າມາທີ່ນີ້ແຕ່ທ່ຽງວັນ ຂ້ານ້ອຍ.

ວິສາຂາ ! ເຈົ້າຕ້ອງການມີບຸດ ແລະ ຫລານຈຳນວນເທົ່າຊາວນະຄອນສາວັດຖີ ຫລືບໍ?

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຕ້ອງການມີບຸດ ແລະຫຼານຈຳນວນເທົ່າຊາວນະຄອນສາວັດຖີ ພຣະພຸດທະເຈົ້າຂ້ານ້ອຍ.

ວິສາຂາ ! ຊາວນະຄອນສາວັດຖີເສຍຊີວິຕລົງແຕ່ລະວັນຫຼາຍເທົ່າໃດ?

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຊາວນະຄອນສາວັດຖີເສຍຊີວິດລົງແຕ່ລະວັນ 10 ຄົນແດ່, 9 ຄົນແດ່, 8 ຄົນແດ່, 7 ຄົນແດ່, 6 ຄົນແດ່, 5 ຄົນແດ່, 4 ຄົນແດ່, 3 ຄົນແດ່, 2 ຄົນແດ່, 1 ຄົນແດ່ ໃນນະຄອນສາວັດຖີເສຍຊີວິດຢູ່ທຸກໆວັນ ຂ້ານ້ອຍ.

ວິສາຂາ ! ເຈົ້າຈະເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ເຈົ້າຍ່ອມເປັນຜູ້ມີຜ້າປຽກ ມີຜົມປຽກທຸກຄັ້ງຄາວ ຫຼືໜໍ?

ຂ້າແຕ່ພຣະອົງຜູ້ຈະເຣີນ ! ບໍ່ເປັນຢ່າງນັ້ນດອກ ຂ້ານ້ອຍ ພຽງພໍແລ້ວດ້ວຍບຸດ ແລະ ຫຼານຫຼາຍພຽງນັ້ນແກ່ຂ້ານ້ອຍ.

ວິສາຂາ ! ຜູ້ໃດມີສິ່ງອັນເປັນທີ່ຮັກ 100 ກໍມີທຸກ 100“;
ຜູ້ໃດມີສິ່ງອັນເປັນທີ່ຮັກ 90 ກໍມີທຸກ 90;
ຜູ້ໃດມີສິ່ງອັນເປັນທີ່ຮັກ 80 ກໍມີທຸກຂ໌ 80;
ຜູ້ໃດມີສິ່ງອັນເປັນທີ່ຮັກ 70 ກໍມີທຸກຂ໌ 70;
ຜູ້ໃດມີສິ່ງອັນເປັນທີ່ຮັກ 60 ກໍມີທຸກຂ໌ 60;
ຜູ້ໃດມີສິ່ງອັນເປັນທີ່ຮັກ 50 ກໍມີທຸກຂ໌ 50;
ຜູ້ໃດມີສິ່ງອັນເປັນທີ່ຮັກ 40 ກໍມີທຸກຂ໌ 40;
ຜູ້ໃດມີສິ່ງອັນເປັນທີ່ຮັກ 30 ກໍມີທຸກຂ໌ 30;
ຜູ້ໃດມີສິ່ງອັນເປັນທີ່ຮັກ 20 ກໍມີທຸກຂ໌ 20;
ຜູ້ໃດມີສິ່ງອັນເປັນທີ່ຮັກ 10 ກໍມີທຸກຂ໌ 10;
ຜູ້ໃດມີສິ່ງອັນເປັນທີ່ຮັກ 9 ກໍມີທຸກຂ໌ 9;
ຜູ້ໃດມີສິ່ງອັນເປັນທີ່ຮັກ 8 ກໍມີທຸກຂ໌ 8;
ຜູ້ໃດມີສິ່ງອັນເປັນທີ່ຮັກ 7 ກໍມີທຸກຂ໌ 7;
ຜູ້ໃດມີສິ່ງອັນເປັນທີ່ຮັກ 6 ກໍມີທຸກຂ໌ 6;
ຜູ້ໃດມີສິ່ງອັນເປັນທີ່ຮັກ 5 ກໍມີທຸກຂ໌ 5;
ຜູ້ໃດມີສິ່ງອັນເປັນທີ່ຮັກ 4 ກໍມີທຸກຂ໌ 4;
ຜູ້ໃດມີສິ່ງອັນເປັນທີ່ຮັກ 3 ກໍມີທຸກຂ໌ 3;
ຜູ້ໃດມີສິ່ງອັນເປັນທີ່ຮັກ 2 ກໍມີທຸກຂ໌ 2;
ຜູ້ໃດມີສິ່ງອັນເປັນທີ່ຮັກ 1 ກໍມີທຸກຂ໌ 1;
ຜູ້ໃດບໍ່ມີສິ່ງອັນເປັນທີ່ຮັກ ກໍບໍ່ມີເຊິ່ງຄວາມທຸກຂ໌
ເຮົາກ່າວວ່າ: ຜູ້ນັ້ນບໍ່ມີຄວາມໂສກ ປາສະຈາກກິເລດເໝືອນດັ່ງທຸລີ ບໍ່ມີອຸປາຍາສະ.

ລຳດັບນັ້ນ ພຣະຜູ້ມີພຣະພາກເຈົ້າຊົງຊາບເນື້ອຄວາມນັ້ນແລ້ວ ຈຶ່ງຊົງເປັ່ງອຸທານໃນເວລານັ້ນວ່າ:

“ຄວາມໂສກ ຄວາມຮ່ຳໄຮ ແລະ ຄວາມທຸກຂ໌ມາກມາຍມີຢູ່ໃນໂລກນີ້ ຍ່ອມເກີດມີໄດ້ເພາະອາໄສສິ່ງອັນເປັນທີ່ຮັກ ເມື່ອບໍ່ມີສິ່ງອັນເປັນທີ່ຮັກ ຄວາມໂສກ ຄວາມຮ່ຳໄຮ ແລະ ຄວາມທຸກຂ໌ເຫລົ່ານັ້ນຍ່ອມບໍ່ມີ.
ເພາະເຫດນັ້ນແລ ຜູ້ໃດບໍ່ມີສິ່ງອັນເປັນທີ່ຮັກໃນໂລກໃດໆ ຜູ້ນັ້ນເປັນຜູ້ມີຄວາມສຸກປາສະຈາກຄວາມໂສກ; ເພາະສະນັ້ນ ຜູ້ປາຖະໜາຄວາມບໍ່ໂສກ ອັນປາສະຈາກກິເລດເໝືອນດັ່ງທຸລີ ຈຶ່ງບໍ່ຄວນຢຶດສິ່ງອັນເປັນທີ່ຮັກໃນໂລກໃດໆ.”

----------------------------------------------------
ຂຸທທະກະນິກາຍ. ຂຸທທ. 25/154-155/176
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ