ການບູຊາຕະຖາຄົດ

ຕາມຮອຍທຳ

0:00/0:00
ອານົນທ໌ ! ມາເຖີດ ເຮົາຈັກໄປສູ່ຝັ່ງນັ້ນແຫ່ງແມ່ນ້ຳຫິຣັນຍະວະດີ ໄປຍັງສວນປ່າສາລະເປັນທີ່ແວະພັກຂອງພວກມັລລະກະສັຕ ໃກ້ເມືອງກຸສິນາຣາ. (ຄັນເຖີງທີ່ນັ້ນແລ້ວ ຕຣັສສັ່ງໃຫ້ຕັ້ງຕຽງປະຣິນິພພານ).

ອານົນທ໌ ! ເຈົ້າຈົ່ງຈັດຕັ້ງຕຽງນ້ອຍ ລະຫວ່າງຕົ້ນສາລະຄູ່ ມີສີສະທາງທິດເໜຶອ ເຮົາລຳບາກກາຍຫຼາຍ ຈັກນອນ. (ປະທັບສີຫະເສີຍຍາແລ້ວ ມີອັດສະຈັນ ດອກສາລະຜິຜິດລະດູການຕົກລົງເທີງພຣະສະຣີຣະ, ດອກມັນທາຣົບ ຈຸນໄມ້ຈັນ, ດົນຕຣີລ້ວນແຕ່ຂອງທິບ ໄດ້ຕົກລົງແລະ ບັນເລງຂື້ນ ເພື່ອບູຊາພຣະຕະຖາຄົຕເຈົ້າ).

ອານົນທ໌ ! ການບູຊາເຫຼົ່ານີ້ ຫາຊື່ວ່າ ຕະຖາຄົຕເປັນຜູ້ທີ່ໄດ້ຮັບສັກກາຣະ ເຄົາລົບ ນັບຖືບູຊາແລ້ວບໍ່.
ອານົນທ໌ ! ພິກຂຸ ພິກຂຸນີ ອຸບາສົກ ອຸບາສິກາໃດ ປະພຶດທັມສົມຄວນແກ່ທັມ ປະຕິບັຕຊອບຍິ່ງ ປະຕິບັຕຕາມທັມຢູ່ ຜູ້ນັ້ນຊື່ວ່າຍ່ອມສັກກາຣະ ເຄົາລົບ ນັບຖື ບູຊາຕະຖາຄົຕ ດ້ວຍການບູຊາອັນສູງສຸດ.

ອານົນທ໌ ! ເພາະສະນັ້ນເຈົ້າພືງກຳໜົດໃຈວ່າ "ເຮົາຈັກປະພຶດທັມສົມຄວນແກ່ທັມ ປະຕິບັຕຊອບຍິ່ງ ປະຕິບັຕຕາມທັມຢູ່" ດັ່ງນີ້.

-ບາລີ ມະຫາ. ທີ. ໑໐/໑໕໙/໑໒໘.

#ທັມມະທານdhammadān #ຕະຖາຄົຕພາສິຕ #ທັມມະທານ #ພຸທທະວະຈະນະ #ພຸທທະພົຈ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ