ເຫັນທຳໃນທຳ

ສະຕິປະຖານ 4

0:00/0:00
ການພິຈາຣະນາເຫັນທຳໃນທຳ

ພິກຂຸທັງຫຼາຍ !

ພິກຂຸພິຈາຣະນາເຫັນທຳໃນທຳຢູ່ແນວໃດ?

ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນທຳໃນທຳຄື ນິວອນ 5 ພິກຂຸພິຈາຣະນາເຫັນທຳໃນທຳຄື ນິວອນ 5 ຢ່າງໃດ?

ຄື ເມື່ອກາມສັນທະມີຢູ່ໃນພາຍໃນຈິດ ຍ່ອມຮູ້ດີວ່າ ກາມສັນທະມີຢູ່ໃນພາຍໃນຈິດ;

ເມື່ອກາມສັນທະບໍ່ມີຢູ່ໃນພາຍໃນຈິດ ຍ່ອມຮູ້ດີວ່າ ກາມສັນທະບໍ່ມີຢູ່ໃນພາຍໃນຈິດ;

ກາມສັນທະທີ່ຍັງບ່ໍເກີດ ຈະເກີດຂຶ້ນດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ກາມສັນທະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ກາມສັນທະທີ່ລະໄດ້ແລ້ວຈະບ່ໍເກີດຂຶ້ນອີກຕໍ່ໄປດ້ວຍ ປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ອີກປະການໜຶ່ງ ເມື່ອພະຍາບາດມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດເຈນວ່າ ພະຍາບາດມີຢູ່ໃນພາຍໃນຈິດ;

ເມື່ອພະຍາບາດບໍ່ມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດເຈນວ່າ ພະຍາບາດບໍ່ມີຢູ່ໃນພາຍໃນຈິດ;

ພະຍາບາທທ່ີຍັງບ່ໍເກີດຈະເກີດຂຶ້ນດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ພະຍາບາດທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ພະຍາບາດທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕ່ໍໄປດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ອີກປະການໜຶ່ງ ເມື່ອຖີນະມິດທະມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດເຈນວ່າ ຖີນະມິດທະມີຢູ່ໃນພາຍໃນຈິດ;

ເມື່ອຖີນະມິດທະບໍ່ມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດເຈນວ່່່າ ຖີນະມິດທະບໍ່ມີຢູ່ໃນພາຍໃນຈິດ;

ຖີນະມິດທະທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ຖີນະມິດທະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ຖີນະມິດທະທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ.

ອີກປະການໜຶ່ງ ເມື່ອອຸດທັດຈະກຸກກຸດຈະມີຢູ່ໃນພາຍໃນ ຈິດ ຍ່ອມຮູ້ຊັດເຈນວ່າ ອຸດທັດຈະກຸກກຸດຈະມີຢູ່ໃນພາຍ ໃນຈິດ;

ເມື່ອອຸດທັດຈະກຸກກຸດຈະບໍ່ມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດ ເຈນວ່າ ອຸດທັດຈະກຸກກຸດຈະບໍ່ມີຢູ່ໃນພາຍໃນຈິດ;

ອຸດທັດຈະກຸກກຸດຈະທ່ີຍັງບໍ່ເກີດຈະເກີດຂຶ້ນດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ອຸດທັດຈະກຸກກຸດຈະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ອຸດທັດຈະກຸກກຸດຈະທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ.

ອີກປະການໜຶ່ງ ເມື່ອວິຈິກິດສາມີຢູ່ໃນພາຍໃນຈິດ ຍ່ອມຮູ້ ຊັດເຈນວ່າ ວິຈິກິດສາມີຢູ່ໃນພາຍໃນຈິດ;

ເມື່ອວິຈິກິດສາບໍ່ມີຢູ່ໃນພາຍໃນຈິດ ຍ່ອມຮູ້ຊັດເຈນວ່ ວິຈິກິດສາບໍ່ມີຢູ່ໃນພາຍໃນຈິດ;

ວິຈິກິດສາທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະການໃດ ຍ່ອມຮູ້ ຊັດເຈນປະການນັ້ນດ້ວຍ;

ວິຈິກິດສາທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ;

ວິຈິກິດສາທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະການໃດ ຍ່ອມຮູ້ຊັດເຈນປະການນັ້ນດ້ວຍ, ດັ່ງພັນລະນາມານີ້;


ພິກຂຸຍ່ອມພິຈາຣະນາເຫັນທຳໃນທຳພາຍໃນແດ່, ພິຈາຣະນາເຫັນທຳໃນທຳພາຍນອກແດ່, ພິຈາຣະນາເຫັນ ທຳໃນທຳທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທຳຄືຄວາມເກີດຂຶ້ນໃນທຳແດ່, ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນທຳແດ່, ພິຈາຣະນາເຫັນທຳຄືທັງ ຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່

ອີກຢ່າງໜຶ່ງ ສະຕິຂອງທ່ານຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນ
ພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາໄສການລະນຶກເທົ່ານັ້ນ
ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖື ໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫຼາຍ ! ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທຳຄື ນິວອນ 5 ຢູ່.

----------------------------------------------------
ພຣະໄຕຣປິດົກພາສາໄທ ສະບັບຫລວງ ເຫລັ້ມທີ 10
ສູຕຕັນຕະປິດົກ ທີຄະນິກາຍ ມະຫາວັກ ໜ້າທີ 223 ຂໍ້ທີ 290-291
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ