ມິດດີສະຫາຍດີເປັນທັງໝົດທັງສີ້ນຂອງພຣົມມະຈັນ

ຄາຣະວາດຊັ້ນເລີດ

0:00/0:00
ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີ ນີ້ເປັນເຄິ່ງໜຶ່ງຂອງພຣົມມະຈັນ ພຣະອົງຜູ້ຈະເຣີນ!

ອານົນທ໌! ເຈົ້າຢ່າກ່າວຢ່າງນັ້ນ, ອານົນທ໌ ເຈົ້າຢ່າກ່າວຢ່າງນັ້ນ
ຄວາມເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີ ນີ້ເປັນທັງໝົດຂອງພຣົມມະຈັນ.

ອານົນທ໌! ພິກຂຸເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຈະເຣີນອະຣິຍະມັກປະກອບດ້ວຍອົງ 8 ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັກປະກອບດ້ວຍອົງ 8.

ອານົນທ໌! ກໍພິກຂຸເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນອະຣິຍະມັກປະກອບດ້ວຍອົງ 8 ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັກປະກອບດ້ວຍອົງ 8 ຢ່າງໃດໜໍ?

ອານົນທ໌! ພິກຂຸໃນທັມວິໄນນີ້ ຍ່ອມຈະເຣີນສັມມາທິດຖິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາສັງກັບປະ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາວາຈາ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາກັມມັນຕະ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາອາຊີວະ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາວາຍາມະ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາສະຕິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ຍ່ອມຈະເຣີນສັມມາສະມາທິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ.

ອານົນທ໌! ພິກຂຸເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນອະຣິຍະມັກປະກອບດ້ວຍອົງ 8 ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັກປະກອບດ້ວຍອົງ 8 ຢ່າງນີ້ແລ.

ອານົນທ໌! ຂໍ້ວ່າ ຄວາມເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີເປັນທັງໝົດຂອງພຣົມມະຈັນນັ້ນ ຍ່ອມຮູ້ໂດຍປະຣິຍາຍນີ້ວ່າ:

ສັດຕະຜູ້ມີຄວາມເກີດເປັນທຳມະດາ ຍ່ອມພົ້ນຈາກຄວາມເກີດໄດ້;
ສັດຕະຜູ້ມີຄວາມແກ່ເປັນທຳມະດາ ຍ່ອມພົ້ນຈາກຄວາມແກ່ໄດ້;
ສັດຕະຜູ້ມີຄວາມຕາຍເປັນທັມມະດາ ຍ່ອມພົ້ນຈາກຄວາມຕາຍໄດ້; ສັດຕະຜູ້ມີຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມທຸກກາຍ ຄວາມທຸກໃຈ ຄວາມຄັບແຄ້ນໃຈເປັນທຳມະດາ ຍ່ອມພົ້ນຈາກຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມທຸກກາຍ ຄວາມທຸກໃຈ ຄວາມຄັບແຄ້ນໃຈໄດ້ ເພາະອາໄສເຮົາເປັນກັນລະຍານະມິດ.

ອານົນທ໌! ຂໍ້ວ່າ ຄວາມເປັນຜູ້ມີມິດດີ ມີສະຫາຍດີ ມີເພື່ອນດີເປັນທັງໝົດຂອງພຣົມມະຈັນນັ້ນ ຍ່ອມຮູ້ໂດຍປະຣິຍາຍນີ້ແລ.

----------------------------------------------------
ສັງຍຸຕຕະນິກາຍ ມະຫາວາຣະວັຄ 19/02/04-07
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ