ບັນດິດປາຖະໜາຄວາມສຸກ 3 ປະການ ຈຶ່ງຮັກສາສີນ
ສິນ
ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸກ 3 ປະການນີ້ ຈຶ່ງຮັກສາສີນ; 3 ປະການເປັນຢ່າງໃດ? ຄື ບັນດິດປາຖະໜາຢູ່ວ່າ:
1. ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ
2. ຂໍໂພຄະສົມບັດຈົ່ງເກີດຂຶ້ນແກ່ເຮົາ
3. ເມື່ອແຕກກາຍຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສະຫວັນ
ພິກຂຸທັງຫລາຍ! ບັນດິດປາຖະໜາຄວາມສຸກ 3 ປະການນີ້ແລ ຈຶ່ງຮັກສາສີນ.
ຊົນຜູ້ມີປັນຍາປາຖະໜາຄວາມສຸກ 3 ປະການຄື ຄວາມສັນລະເສີນ, ການໄດ້ມາເຊິ່ງໂພຄະຊັບເຄື່ອງປຶ້ມໃຈ, ຄວາມບັນເທີງໃນສະຫວັນໃນໂລກໜ້າ ຈຶ່ງຮັກສາສີນ.
ຖ້າວ່າບຸກຄົນບໍ່ກະທຳຄວາມຊົ່ວ ແຕ່ເຂົ້າໄປສະມາຄົມກັບບຸກຄົນຜູ້ກະທຳຄວາມຊົ່ວຢູ່ ບຸກຄົນນັ້ນເປັນຜູ້ທີ່ຄົນເຂົາລັງກຽດເພາະຄວາມຊົ່ວ ແລະ ໂທດຂອງບຸກຄົນຜູ້ສະມາຄົມກັບຄົນຊົ່ວນີ້ຍ່ອມງອກງາມ.
ບຸກຄົນທີ່ກະທຳຄົນເຊັ່ນໃດໃຫ້ເປັນມິດ ແລະ ເຂົ້າໄປສະມາຄົມກັບຄົນເຊັ່ນໃດ ບຸກຄົນນັ້ນແຫຼະຊື່ວ່າເປັນເຊັ່ນດຽວກັບບຸກຄົນນັ້ນ ເພາະເຫດແຫ່ງການຢູ່ຮ່ວມກັນ.
ຄົນຊົ່ວຊ້ອງເສບບຸກຄົນອື່ນຜູ້ບໍລິສຸດໂດຍປົກກະຕິຢູ່ ຍ່ອມທຳບຸກຄົນຜູ້ບໍລິສຸດໂດຍປົກກະຕິທີ່ຊ້ອງເສບຕົນໃຫ້ຕິດເປື້ອນດ້ວຍຄວາມຊົ່ວ ເໝືອນລູກສອນທີ່ແຊ່ຢາພິດ ຖືກຢາພິດຕິດເປື້ອນແລ້ວ ຍ່ອມທຳໂປກລູກສອນທີ່ບໍ່ຕິດເປື້ອນ ໃຫ້ຕິດເປື້ອນດ້ວຍຢາພິດ ສັນນັ້ນ.
ຜູ້ມີປັນຍາຍ່ອມບໍ່ມີຄົນຊົ່ວເປັນເພື່ອນເລີຍ ເພາະຄວາມຢ້ານກົວຄວາມເປິເປື້ອນ.
ຄົນໃດຫໍ່ປາເນົ່າໄວ້ດ້ວຍໃບຫຍ້າຄາ ຫຍ້າຄາຂອງຄົນນັ້ນຍ່ອມມີກິ່ນເໝັນຟຸ້ງໄປ ການເຂົ້າໄປສະມາຄົມກັບຄົນພານຍ່ອມເປັນເຊັ່ນນັ້ນ.
ສ່ວນຄົນໃດຫໍ່ກິດສະໜາໄວ້ດ້ວຍໃບໄມ້ ແມ່ນແຕ່ໃບໄມ້ຂອງຄົນນັ້ນຍ່ອມມີກິ່ນຫອມຟຸ້ງໄປ ການເຂົ້າໄປສະມາຄົມກັບບັນດິດຍ່ອມເປັນເຊັ່ນນັ້ນ.
ເພາະສະນັ້ນ ບັນດິຕຮູ້ຄວາມສຳເລັດຜົນແຫ່ງຕົນເໝືອນຫໍ່ໃບໄມ້ແລ້ວ ຍ່ອມບໍ່ເຂົ້າໄປສະມາຄົມກັບອະສັບປະບຸຣຸດ ຍ່ອມສະມາຄົມກັບສັບປະບຸຣຸດ ເພາະວ່າ ອະສັບປະບຸຣຸດຍ່ອມນຳໄປສູ່ນະຣົກ ສັບປະບຸຣຸດຍ່ອມນຳໄປສູ່ສຸຄະຕິ.
----------------------------------------------------
ຂຸທທະກະນິກາຍ. ຂຸທທ-ທັມມະບົດ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ 25/217-216/254