ຫິຣິ ແລະ ໂອດຕັບປະເປັນທຳຄຸ້ມຄອງໂລກ

ທໍາໃນເບື້ອງຕົ້ນ

0:00/0:00
ພິກຂຸທັງຫລາຍ! ທັມຝ່າຍຂາວ 2 ຢ່າງນີ້ ຍ່ອມຄຸ້ມຄອງໂລກ; 2 ຢ່າງເປັນຢ່າງໃດ? ຄື:

* ຫິຣິ 1 (ຫັກຫ້າມ ໃຈ)
* ໂອດຕັບປະ 1 (ທີ່ຈະກະທຳບາບ ທາງກາຍ ວາຈາ)

ພິກຂຸທັງຫລາຍ! ທັມຝ່າຍຂາວ 2 ຢ່າງນີ້ແລ,

ຖ້າທັມຝ່າຍຂາວ 2 ຢ່າງນີ້ ບໍ່ຄຸ້ມຄອງໂລກ ໃຜໆໃນໂລກຍ່ອມບໍ່ໄດ້ຮັບການບັນຍັດວ່າ ນີ້ມານດາ ບິດາ ນີ້ອາ ນີ້ປ້າ, ນີ້ພະຣິຍາຂອງອາຈານ ຫລື ວ່າພະຣິຍາຂອງຄູ ໂລກຈະເຖິງຄວາມສົມສູ່ກັນ ເໝືອນກັບພວກແບ້ ແກະ ໄກ່ ໝູ ໝາບ້ານ ແລະ ໝາຈອກສັນນັ້ນ.

ພິກຂຸທັງຫລາຍ! ແຕ່ເພາະເຫດທີ່ທັມຝ່າຍຂາວ 2 ຢ່າງນີ້ຄຸ້ມຄອງໂລກ ຊາວໂລກຈຶ່ງໄດ້ບັນຍັດວ່າ ນີ້ມານດາ ບິດາ ນີ້ອາ ນີ້ປ້າ, ນີ້ພະຣິຍາຂອງອາຈານ ຫລື ວ່າພະຣິຍາຂອງຄູ.

----------------------------------------------------
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ 20/49/255
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ