ສີນ ແລະ ຄວາມເຫັນຕົງເປັນເບື້ອງຕົ້ນແຫ່ງກຸສົນທຳ
ສິນ
ຄັ້ງນັ້ນ ທ່ານພຣະພາຫິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາກວ່າ:
ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວະໂຣກາດ ຂໍພຣະຜູ້ມີພຣະພາກໂປດຊົງສະແດງທຳໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່.
ພຣະຜູ້ມີພຣະພາກກວ່າວ່າ:
ພາຫິຍະ! ເພາະສະນັ້ນ ເຈົ້າຈົ່ງຊຳຣະເບື້ອງຕົ້ນແຫ່ງກຸສົນທຳໃຫ້ບໍຣິສຸດເສຍກ່ອນ ກໍອັນໃດເປັນເບື້ອງຕົ້ນແຫ່ງກຸສົນທຳ? ຄື ສີນທີ່ບໍຣິສຸດດີ ແລະ ຄວາມເຫັນຕົງ.
ພາຫິຍະ! ເມື່ອໃດແລ ສິນຂອງເຈົ້າບໍຣິສຸດດີ ແລະ ຄວາມເຫັນຂອງເຈົ້າຕົງ ເມື່ອນັ້ນ ເຈົ້າຈົ່ງອາໄສສິນ ຕັ້ງໝັ້ນໃນສິນ ແລ້ວຈະເຣີນສະຕິປັດຖານ 4,
ສະຕິປັດຖານ 4 ເປັນຢ່າງໃດ?
ພາຫິຍະ! ເຈົ້າຈົ່ງພິຈາຣະນາເຫັນກາຍໃນກາຍຢູ່
ມີຄວາມພຽນ
ມີສັມປະຊັນຍະ
ມີສະຕິ
ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ;
ຈົ່ງພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາແລະ ໂທມະນັດໃນໂລກເສຍ;
ຈົ່ງພິຈາຣະນາເຫັນຈິດໃນຈິດຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ;
ຈົ່ງພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ.
ພາຫິຍະ! ເມື່ອໃດ ເຈົ້າອາໄສສິນ ຕັ້ງໝັ້ນຢູ່ໃນສິນແລ້ວ ຈະເຣີນສະຕິປັດຖານ 4 ເຫລົ່ານີ້ຢ່າງນີ້ ເມື່ອນັ້ນ ເຈົ້າຍ່ອມຫວັງຄວາມຈະເຣີນໃນກຸສົນລະທັມທັງຫລາຍໄດ້ຕະຫລອດຄືນ ຫລື ວັນທີ່ຈະມາເຖິງ ຍ່ອມບໍ່ມີຄວາມເສື່ອມເລີຍ.
ຄັ້ງນັ້ນ ທ່ານພຣະພາຫິຍະຊື່ນຊົມອະນຸໂມທະນາພຣະພາສິດຂອງພຣະຜູ້ມີພຣະພາກແລ້ວ ລຸກຈາກອາສະນະ ອະພິວາດພຣະຜູ້ມີພຣະພາກ ກະທຳປະທັກສິນແລ້ວຫລີກໄປ ທ່ານພຣະພາຫິຍະຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາດ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນອັນຍອດຢ້ຽມ ທີ່ກຸລະບຸດທັງຫລາຍອອກບວດເປັນບັນພະຊິດໂດຍຊອບມີຄວາມຕ້ອງການ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນກະທຳໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.
ທ່ານພຣະພາຫິຍະກໍໄດ້ເປັນພຣະອະຣະຫັນຕ໌ະອົງໜຶ່ງໃນຈຳນວນພຣະອະຣະຫັນຕະທັງຫລາຍ.
----------------------------------------------------
ສັງຍຸຕຕະນິກາຍ ມະຫາວາຣະວັຄ 19/161/747