ເພິ່ງຕົນເພິ່ງທຳ

ທໍາໃນທ່າມກາງ

0:00/0:00
ດູຣາ ອານົນທ໌ !
ເຮົາໄດ້ກ່າວເຕືອນໄວ້ກ່ອນແລ້ວບໍ່ແມ່ນບໍ ວ່າ.." ຄວາມເປັນຕ່າງໆ ຄວາມພັດພາກ ຄວາມເປັນຢ່າງອື່ນຈາກຂອງຮັກຂອງຊອບໃຈທັ້ງສິ້ນ ຍ່ອມມີ "

ດູຣາ ອານົນທ໌ !
ຂໍ້ນັ້ນ ຈັກໄດ້ມາແຕ່ໃສຫຼະ ?
ສິ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸງແລ້ວ ມີຄວາມຊຳຣຸດໄປເປັນທຳມະດາ, ສິ່ງນັ້ນຢ່າຊຳຣຸດໄປເລີຍ ດັ່ງນີ້, ຂໍ້ນັ້ນຍ່ອມເປັນຖານະທີ່ມີບໍ່ໄດ້.

ດູຣາ ອານົນທ໌ !
ເພາະສະນັ້ນ ໃນເລື່ອງນີ້ ພວກທ່ານທັງຫຼາຍ ຈົ່ງມີຕົນເປັນປະທີບ ມີຕົນເປັນສະຣະນະ(ທີ່ເພິ່ງ) ບໍ່ເອົາສິ່ງອື່ນເປັນສະຣະນະ ; ຈົ່ງມີທັມເປັນປະທີບ ມີທັມເປັນສະຣະນະ(ທີ່ເພິ່ງ) ບໍ່ເອົາສິ່ງອື່ນເປັນສະຣະ.

ດູຣາ ອານົນທ໌ !
ພິກຂຸ ຜູ້ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະນັ້ນ ເປັນແນວໃດ ?

ພິກຂຸໃນທັມວິໄນນີ້
ພິຈາຣະນາເຫັນກາຍໃນກາຍເນືອງໆ ຢູ່
ພິຈາຣະນາເຫັນເວທະນາໃນເວທະນາທັງຫຼາຍເນືອງໆ ຢູ່
ພິຈາຣະນາເຫັນຈິດໃນຈິດເນືອງໆ ຢູ່
ພິຈາຣະນາເຫັນທັມໃນທັມທັງຫຼາຍ ຢູ່
ມີຄວາມພຽນເຜົາກິເລດ
ມີຄວາມຮູ້ສຶກຕົວທົ່ວພ້ອມ
ມີສະຕິກຳຈັດອະພິດຊາ ແລະ ໂທມະນັດໃນໂລກອອກເສຍໄດ້.

ດູຣາ ອານົນທ໌ !
ພິກຂຸ ຢ່າງນີ້ແລ ຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່.

ດູຣາ ອານົນທ໌ !
ໃນກາລະບັດນີ້ກໍ່ດີ ໃນການລ່ວງໄປແຫ່ງເຮົາ(ຕະຖາຄົດ)ກໍ່ດີ ໃຜກໍ່ຕາມ ຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ.

ດູຣາ ອານົນທ໌ !
ພິກຂຸພວກໃດ ເປັນຜູ້ໃຄ່ໃນສິກຂາ, ພິກຂຸພວກນັ້ນ ຈັກເປັນຜູ້ຢູ່ໃນສະຖານະອັນເລີດທີ່ສຸດ ແລ....

----------------------------------------------------
ມຫາວາຣ. ສັງ. ໑໙/໒໑໖/໗໓໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ