ເຫັນຈິດໃນຈິດ

ສະຕິປະຖານ 4

0:00/0:00
ການພິຈາລະນາເຫັນຈິດໃນຈິດຢູ່
ພິກຂຸທັງຫຼາຍ !
ພິກຂຸພິຈາຣະນາເຫັນຈິດໃນຈິດຢູ່ແນວໃດ ?

ພິກຂຸໃນທຳວິໄນນີ້
ຈິດມີຣາຄະ ກໍຮູ້ດີວ່າ ຈິດມີຣາຄະ
ຈິດປາສະຈາກຣາຄະ ກໍຮູ້ດີວ່າ ຈິດປາສະຈາກຣາຄະ
ຈິດມີໂທສະ ກໍຮູ້ດີວ່າ ຈິດມີໂທສະ
ຈິດປາສະຈາກໂທສະ ກໍຮູ້ດີວ່າ ຈິດປາສະຈາກໂທສະ
ຈິດມີໂມຫະ ກໍຮູ້ດີວ່າ ຈິດມີໂມຫະ
ຈິດປາສະຈາກໂມຫະ ກໍຮູ້ດີວ່າ ຈິດປາສະຈາກໂມຫະ
ຈິດຫົດຫູ່ ກໍຮູ້ດີວ່າ ຈິດຫົດຫູ່
ຈິດຟຸງຊານ ກໍຮູ້ດີວ່າ ຈິດຟຸງຊານ
ຈິດເຖິງຄວາມຍິ່ງໃຫຍ່ ກໍຮູ້ດີວ່າ ຈິດເຖິງຄວາມຍິ່ງໃຫຍ່
ຈິດບໍ່ເຖິງຄວາມຍຶ່ງໃຫຍ່ ກໍຮູ້ດີວ່າຈິດບໍ່ເຖິງຄວາມຍິ່ງໃຫຍ່
ຈິດມີຈິດອື່ນຍິ່ງກວ່າ ກໍຮູ້ດີວ່າ ຈິດມີຈິດອື່ນຍິ່ງກວ່າ
ຈິດບໍ່ມີຈິດອື່ນຍິ່ງກວ່າ ກໍຮູ້ດີວ່າ ຈິດບໍ່ມີຈິດອື່ນຍິ່ງກວ່າ
ຈິດຕັ້ງໝັ້ນ ກໍຮູ້ດີວ່າ ຈິດຕັ້ງໝັ້ນ
ຈິດບໍ່ຕັ້ງໝັ້ນ ກໍຮູ້ດີວ່າ ຈິດບໍ່ຕັ້ງໝັ້ນ
ຈິດຫລຸດພົ້ນ ກໍຮູ້ດີວ່າ ຈິດຫລຸດພົ້ນ
ຈິດຍັງບໍ່ຫລຸດພົ້ນ ກໍຮູ້ດີວ່າ ຈິດຍັງບໍ່ຫລຸດພົ້ນ

ດັ່ງພັນລະນາມານີ້

ພິກຂຸຍ່ອມພິຈາຣະນາເຫັນຈິດໃນຈິດພາຍໃນແດ່, ພິຈາຣະນາເຫັນຈິດໃນຈິດພາຍນອກແດ່, ພິຈາຣະນາເຫັນຈິດໃນຈິດທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທຳຄືຄວາມເກີດຂຶ້ນໃນຈິດແດ່, ພິຈາຣະນາເຫັນທຳຄືຄວາມເສື່ອມໄປໃນຈິດແດ່, ພິຈາຣະນາເຫັນທຳຄືທັງຄວາມເກີດຂຶ້ນ, ທັງຄວາມເສື່ອມໄປໃນຈິດແດ່.
ອີກຢ່າງໜຶ່ງ ສະຕິຕັ້ງໝັ້ນຢູ່ ຈິດມີຢູ່ ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໆໃນໂລກ.
ພິກຂຸທັງຫຼາຍ ! ຢ່າງນີ້ແລ ພິກຂຸຊື່ວ່າພິຈາຣະນາເຫັນຈິດໃນຈິດຢູ່.
----------------------------------------------------
ພຣະໄຕຣປິດົກພາສາໄທ ສະບັບຫລວງ ເຫລັ້ມທີ 10
ສູຕຕັນຕະປິດົກ ທີຄະນິກາຍ ມະຫາວັກ ໜ້າທີ 222 ຂໍ້ທີ 289
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ