ສັງເລຂະທຳ(ຂູດເກົາກິເລດ)
ມັກວິທີທີ່ງ່າຍ
ດູຣາຈຸນທະ ! ສັນເລຂະທັມ ( ຄວາມຂູດເກົາກິເລດ )
ເປັນສິ່ງທີ່ທ່ານທັງຫຼາຍເພິງກະທຳໃນທັມທັງຫຼາຍເຫຼົ່ານີ້ ກ່າວຄື : -
ເມື່ອຜູ້ອື່ນເປັນຜູ້ບຽດບຽນ,
ເຮົາຈັກເປັນຜູ້ບໍ່ບຽດບຽນ.
ເມື່ອຜູ້ອື່ນກະທຳປານາຕິບາດ(ຂ້າສັດຕະ)
ເຮົາຈັກເວັ້ນຂາດຈາກປານາຕິບາດ
ເມື່ອຜູ້ອື່ນກະທຳອະທິນນາທານ(ເອົາຂອງທີ່ເຂົາບໍ່ທັນໄດ້ໃຫ້)
ເຮົາຈັກເວັ້ນຂາດຈາກອະທິນນາທານ
ເມື່ອຜູ້ອື່ນກ່າວຕົວະ ເວົ້າສໍ້ສຽດ ກ່າວຄຳຫຍາບ ເວົ້າໂລເລ
ເຮົາຈັກເວັ້ນຂາດຈາກການກ່າວຕົວະ ເວົ້າສໍ້ສຽດ ກ່າວຄຳຫຍາບ ເວົ້າໂລເລ
ເມື່ອຜູ້ອື່ນມາກໄປດ້ວຍອະພິດຊາ(ໂລບຈັດ)
ເຮົາຈັກເປັນຜູ້ບໍ່ມາກໄປດ້ວຍອະພິດຊາ
ເມື່ອຜູ້ອື່ນມີຈິດພະຍາບາດ(ປອງຮ້າຍ)
ເຮົາຈັກເປັນຜູ້ບໍ່ມີຈິດພຍາບາດ
ເມື່ອຜູ້ອື່ນເປັນຜູ້ຟົ້ງຊ່ານ
ເຮົາຈັກເປັນຜູ້ບໍ່ຟົ້ງຊ່ານ
ເມື່ອຜູ້ອື່ນເປັນຜູ້ມັກໂກດ ຜູກໂກດ
ເຮົາຈັກເປັນຜູ້ບໍ່ມັກໂກດ ຜູກໂກດ
ເມື່ອຜູ້ອື່ນເປັນຜູ້ລົບຫຼູ່ຄຸນ
ເຮົາຈັກເປັນຜູ້ບໍ່ລົບຫຼູ່ຄຸນ
ເມື່ອຜູ້ອື່ນເປັນຜູ້ແຂ່ງດີ
ເຮົາຈັກເປັນຜູ້ບໍ່ແຂ່ງດີ
ເມື່ອຜູ້ອື່ນເປັນຜູ້ຣິດສະຫຍາ
ເຮົາຈັກເປັນຜູ້ບໍຣິສຸດ
ເມື່ອຜູ້ອື່ນເປັນຜູ້ຂີ້ຖີ່
ເຮົາຈັກເປັນຜູ້ບໍ່ຂີ້ຖີ່
ເມື່ອຜູ້ອື່ນເປັນຜູ້ໂອ້ອວດ
ເຮົາຈັກເປັນຜູ້ບໍ່ໂອ້ອວດ
ເມື່ອຜູ້ອື່ນເປັນຜູ້ມີມານຍາ
ເຮົາຈັກເປັນຜູ້ບໍ່ມີມານຍາ
ເມື່ອຜູ້ອື່ນເປັນຜູ້ແຂງກະດ້າງ
ເຮົາຈັກເປັນຜູ້ບໍ່ແຂງກະດ້າງ
ເມື່ອຜູ້ອື່ນເປັນຜູ້ດູໝິ່ນທ່ານ
ເຮົາຈັກເປັນຜູ້ບໍ່ດູໝິ່ນທ່ານ
ເມື່ອຜູ້ອື່ນເປັນຜູ້ວ່າຍາກ
ເຮົາຈັກເປັນຜູ້ວ່າງ່າຍ
ເມື່ອຜູ້ອື່ນເປັນຜູ້ມີມິດຊົ່ວ
ເຮົາຈັກເປັນຜູ້ມີມິດດີ
ເມື່ອຜູ້ອື່ນເປັນຜູ້ປະມາດ
ເຮົາຈັກເປັນຜູ້ບໍ່ປະມາດ
ເມື່ອຜູ້ອື່ນບໍ່ມີຫິຣິ(ລະອາຍຊົ່ວ) ແລະ ໂອດຕັປປະ(ເກງກົວຕໍ່ບາບ)
ເຮົາຈັກເປັນຜູ້ມີຫິຣິ ແລະ ໂອດຕັບປະ
ເມື່ອຜູ້ອື່ນເປັນຜູ້ມີສຸດຕະ(ຟັງ)ໜ້ອຍ
ເຮົາຈັກເປັນຜູ້ມີສຸດຕະຫຼາຍ
ເມື່ອຜູ້ອື່ນເປັນຜູ້ຂີ້ຄ້ານ
ເຮົາຈັກເປັນຜູ້ປາຣົບຄວາມພຽນ.
----------------------------------------------------
ມູ.ມ. 12/78/106.
ເປັນສິ່ງທີ່ທ່ານທັງຫຼາຍເພິງກະທຳໃນທັມທັງຫຼາຍເຫຼົ່ານີ້ ກ່າວຄື : -
ເມື່ອຜູ້ອື່ນເປັນຜູ້ບຽດບຽນ,
ເຮົາຈັກເປັນຜູ້ບໍ່ບຽດບຽນ.
ເມື່ອຜູ້ອື່ນກະທຳປານາຕິບາດ(ຂ້າສັດຕະ)
ເຮົາຈັກເວັ້ນຂາດຈາກປານາຕິບາດ
ເມື່ອຜູ້ອື່ນກະທຳອະທິນນາທານ(ເອົາຂອງທີ່ເຂົາບໍ່ທັນໄດ້ໃຫ້)
ເຮົາຈັກເວັ້ນຂາດຈາກອະທິນນາທານ
ເມື່ອຜູ້ອື່ນກ່າວຕົວະ ເວົ້າສໍ້ສຽດ ກ່າວຄຳຫຍາບ ເວົ້າໂລເລ
ເຮົາຈັກເວັ້ນຂາດຈາກການກ່າວຕົວະ ເວົ້າສໍ້ສຽດ ກ່າວຄຳຫຍາບ ເວົ້າໂລເລ
ເມື່ອຜູ້ອື່ນມາກໄປດ້ວຍອະພິດຊາ(ໂລບຈັດ)
ເຮົາຈັກເປັນຜູ້ບໍ່ມາກໄປດ້ວຍອະພິດຊາ
ເມື່ອຜູ້ອື່ນມີຈິດພະຍາບາດ(ປອງຮ້າຍ)
ເຮົາຈັກເປັນຜູ້ບໍ່ມີຈິດພຍາບາດ
ເມື່ອຜູ້ອື່ນເປັນຜູ້ຟົ້ງຊ່ານ
ເຮົາຈັກເປັນຜູ້ບໍ່ຟົ້ງຊ່ານ
ເມື່ອຜູ້ອື່ນເປັນຜູ້ມັກໂກດ ຜູກໂກດ
ເຮົາຈັກເປັນຜູ້ບໍ່ມັກໂກດ ຜູກໂກດ
ເມື່ອຜູ້ອື່ນເປັນຜູ້ລົບຫຼູ່ຄຸນ
ເຮົາຈັກເປັນຜູ້ບໍ່ລົບຫຼູ່ຄຸນ
ເມື່ອຜູ້ອື່ນເປັນຜູ້ແຂ່ງດີ
ເຮົາຈັກເປັນຜູ້ບໍ່ແຂ່ງດີ
ເມື່ອຜູ້ອື່ນເປັນຜູ້ຣິດສະຫຍາ
ເຮົາຈັກເປັນຜູ້ບໍຣິສຸດ
ເມື່ອຜູ້ອື່ນເປັນຜູ້ຂີ້ຖີ່
ເຮົາຈັກເປັນຜູ້ບໍ່ຂີ້ຖີ່
ເມື່ອຜູ້ອື່ນເປັນຜູ້ໂອ້ອວດ
ເຮົາຈັກເປັນຜູ້ບໍ່ໂອ້ອວດ
ເມື່ອຜູ້ອື່ນເປັນຜູ້ມີມານຍາ
ເຮົາຈັກເປັນຜູ້ບໍ່ມີມານຍາ
ເມື່ອຜູ້ອື່ນເປັນຜູ້ແຂງກະດ້າງ
ເຮົາຈັກເປັນຜູ້ບໍ່ແຂງກະດ້າງ
ເມື່ອຜູ້ອື່ນເປັນຜູ້ດູໝິ່ນທ່ານ
ເຮົາຈັກເປັນຜູ້ບໍ່ດູໝິ່ນທ່ານ
ເມື່ອຜູ້ອື່ນເປັນຜູ້ວ່າຍາກ
ເຮົາຈັກເປັນຜູ້ວ່າງ່າຍ
ເມື່ອຜູ້ອື່ນເປັນຜູ້ມີມິດຊົ່ວ
ເຮົາຈັກເປັນຜູ້ມີມິດດີ
ເມື່ອຜູ້ອື່ນເປັນຜູ້ປະມາດ
ເຮົາຈັກເປັນຜູ້ບໍ່ປະມາດ
ເມື່ອຜູ້ອື່ນບໍ່ມີຫິຣິ(ລະອາຍຊົ່ວ) ແລະ ໂອດຕັປປະ(ເກງກົວຕໍ່ບາບ)
ເຮົາຈັກເປັນຜູ້ມີຫິຣິ ແລະ ໂອດຕັບປະ
ເມື່ອຜູ້ອື່ນເປັນຜູ້ມີສຸດຕະ(ຟັງ)ໜ້ອຍ
ເຮົາຈັກເປັນຜູ້ມີສຸດຕະຫຼາຍ
ເມື່ອຜູ້ອື່ນເປັນຜູ້ຂີ້ຄ້ານ
ເຮົາຈັກເປັນຜູ້ປາຣົບຄວາມພຽນ.
----------------------------------------------------
ມູ.ມ. 12/78/106.








