ອານິສົງ 5 ປະການ ຂອງການຟັງທຳເນື່ອງໆ
ອານິສົງ
ພິກຂຸທັງຫຼາຍ! ອານິສົງ 4 ປະການຂອງທຳທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິອັນບຸກຄົນຍ່ອມຫວັງໄດ້; ອານິສົງ 4 ປະການເປັນຢ່າງໃດ?
1. ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫລາຍຍ່ອມປາກົດແກ່ເຂົາຜູ້ມີຄວາມສຸກໃນພົບນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັດຕະນັ້ນຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ນີ້ເປັນອານິສົງປະການທີ 1 ຂອງທຳທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິອັນບຸກຄົນຍ່ອມຫວັງໄດ້.
2. ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ທັມເຫລົ່ານັ້ນເປັນທັມທີ່ ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫລາຍຍ່ອມບໍ່ປາກົດແກ່ເຂົາຜູ້ມີຄວາມສຸກໃນພົບນັ້ນເລີຍ ແຕ່ມີພິກຂຸຜູ້ມີລິດ ເຖິງຄວາມຊຳນານທາງຈິດ ໄປສະແດງທັມແກ່ເທບບໍຣິສັດ ເຂົາມີຄວາມຄິດຢ່າງນີ້ວ່າ ໃນການກ່ອນເຮົາໄດ້ປະພຶດພຣົມມະຈັນໃນທຳມະວິໄນໃດ ນີ້ຄືທັມວິໄນນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັດຕະນັ້ນຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ບຸຣຸດຜູ້ສະຫລາດຕໍ່ສຽງກອງ ເຂົາເດີນທາງໄກ ໄດ້ຍິນສຽງກອງ ເຂົາຍ່ອມບໍ່ມີຄວາມສົງໄສ ຫລື ເຄືອບແຄງໃຈວ່າ ສຽງກອງ ຫລື ບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມຕົກລົງໃຈວ່າ ນີ້ສຽງກອງ ສັນໃດ;
ພິກຂຸກໍສັນນັ້ນເໝືອນກັນ ຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ນີ້ເປັນອານິສົງປະການທີ 2 ຂອງທັມທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິອັນບຸກຄົນຍ່ອມຫວັງໄດ້.
3. ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຍ່ອມຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັຍພູຕະທັມ ເວທັນລະ ທັມເຫລົ່ານັ້ນເປັນທັມທີ່ ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫລາຍຍ່ອມບໍ່ປາກົດແກ່ເຂົາຜູ້ມີຄວາມສຸກໃນພົບນັ້ນເລີຍ ແລະ ພິກຂຸຜູ້ມີລິດ ເຖິງຄວາມຊຳນານທາງຈິດ ກໍບໍ່ໄດ້ສະແດງທັມແກ່ເທບບໍຣິສັດເລີຍ ແຕ່ເທວະບຸດຍ່ອມສະແດງທັມໃນເທວະບໍຣິສັດ ເຂົາມີຄວາມຄິດຢ່າງນີ້ວ່າ ໃນການກ່ອນເຮົາໄດ້ປະພຶດພຣົມມະຈັນໃນທັມວິໄນໃດ ນີ້ຄືທັມວິໄນນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັດຕະນັ້ນຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ບຸຣຸດຜູ້ສະຫລາດຕໍ່ສຽງສັງ ເຂົາເດີນທາງໄກ ໄດ້ຍິນສຽງສັງ ເຂົາຍ່ອມບໍ່ມີຄວາມສົງໄສ ຫລື ເຄືອບແຄງໃຈວ່າ ສຽງສັງ ຫລື ບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມຕົກລົງໃຈວ່າ ນີ້ສຽງສັງ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ນີ້ເປັນອານິສົງປະການທີ 3 ຂອງທັມທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິອັນບຸກຄົນຍ່ອມຫວັງໄດ້.
4. ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ທັມເຫລົ່ານັ້ນເປັນທັມທີ່ ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫລາຍຍ່ອມບໍ່ປາກົດແກ່ເຂົາຜູ້ມີຄວາມສຸກໃນພົບນັ້ນເລີຍ ພິກຂຸຜູ້ມີລິດ ເຖິງຄວາມຊຳນານທາງຈິດ ກໍບໍ່ໄດ້ສະແດງທັມແກ່ເທບບໍຣິສັດເລີຍ ແມ່ນແຕ່ເທວະບຸດກໍບໍ່ໄດ້ສະແດງທັມໃນເທວະບໍຣິສັດ ແຕ່ເທວະບຸດຜູ້ເກີດກ່ອນມາເຕືອນເທວະບຸດຜູ້ເກີດທີ່ຫລັງວ່າ ທ່ານຜູ້ນິຣະທຸກ ຣະນຶກໄດ້ ຫລື ບໍ່ວ່າ ເຮົາໄດ້ປະພຶດພຣົມມະຈັນໃນການກ່ອນ ເຂົາກໍກ່າວຢ່າງນີ້ວ່າ ທ່ານຜູ້ນິຣະທຸກ ເຮົາຣະນຶກໄດ້ ເຮົາຣະນຶກໄດ້ ສັນໃດ; ສະຕິບັງເກີດຂຶ້ນຊ້າ ແຕ່ສັດຕະນັ້ນຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ສະຫາຍ 4 ຄົນຫລິ້ນຝຸ່ນດ້ວຍກັນ ເຂົາມາພົບກັນບາງຄັ້ງບາງຄາວໃນທີ່ບາງແຫ່ງ ສະຫາຍຄົນໜຶ່ງໄດ້ກ່າວກັບສະຫາຍຄົນນັ້ນຢ່າງນີ້ວ່າ ສະຫາຍ ທ່ານຣະນຶກເຖິງການກະທຳນີ້ໄດ້ຫລືໜໍ ເຂົາກໍກ່າວຢ່າງນີ້ວ່າ ເຮົາຣະນຶກໄດ້ ເຮົາຣະນຶກໄດ້ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມຮຽນທັມຄື ສຸດຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸດຕະກະ ຊາຕະກະ ອັບພູຕະທັມ ເວທັນລະ ຍ່ອມບັນລຸຄຸນວິເສດໄດ້ຢ່າງວ່ອງໄວ.
ພິກຂຸທັງຫລາຍ! ນີ້ເປັນອານິສົງປະການທີ 4 ຂອງທັມທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິອັນບຸກຄົນຍ່ອມຫວັງໄດ້.
ພິກຂຸທັງຫລາຍ ອານິສົງ 4 ປະການນີ້ແລ ຂອງທັມທັງຫລາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫລອດດ້ວຍດີດ້ວຍທິດຖິຍ່ອມຫວັງໄດ້.
----------------------------------------------------
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ 21/178/191