ທາດຍ່ອມເຂົ້າກັນໄດ້ດ້ວຍທາດ
ກຳ
ສະໃໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ ພຣະເຊຕະວັນ ອາຣາມຂອງ ທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອນສາວັດຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາກກວ່າເອີ້ນພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ!
ພິກຂຸເຫລົ່ານັ້ນທູນຮັບພຣະຜູ້ມີພຣະພາກວ່າ ໂດຍ ພຣະອົງຜູ້ຈະເຣີນ
ພິກຂຸທັງຫລາຍ!
- ສັດຕະທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາດ ຄືສັດຕະພວກຂ້າສັດ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກຂ້າສັດ,
- ສັດຕະພວກລັກຊັບ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກລັກຊັບ,
- ສັດຕະພວກປະພຶດຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກປະພຶດຜິດໃນກາມທັງຫລາຍ,
- ສັດຕະພວກເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກເວົ້າຕົວະ,
- ສັດຕະພວກທີ່ເສບສຸຣາເມໄຣ ແລະ ສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເສບສຸຣາເມໄຣ ແລະ ສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.
ພິກຂຸທັງຫລາຍ! ສັດຕະທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາດ ຄື:
- ສັດຕະພວກທີ່ເວັ້ນຂາດຈາກການຂ້າສັດ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເວັ້ນຂາດຈາກການຂ້າສັດ,
- ສັດຕະພວກທີ່ເວັ້ນຂາດຈາກການລັກຊັບ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເວັ້ນຂາດຈາກການລັກຊັບ,
- ສັດຕະພວກທີ່ເວັ້ນຂາດຈາກການປະພຶດຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເວັ້ນຂາດຈາກການປະພຶດຜິດໃນກາມທັງຫລາຍ,
- ສັດຕະພວກທີ່ເວັ້ນຂາດຈາກການເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເວັ້ນຂາດຈາກການເວົ້າຕົວະ,
- ສັດຕະພວກທີ່ເວັ້ນຂາດຈາກສຸຣາເມໄຣ ແລະ ສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັດຕະພວກທີ່ເວັ້ນຂາດຈາກສຸຣາເມໄຣ ແລະ ສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.
----------------------------------------------------
ສັງຍຸຕຕະນິກາຍ ນິທານະວັຄ 16/164/392-394