ຄວາມເມົາ 3 ປະການ
ແກ່ ເຈັບ ຕາຍ
ພິກຂຸທັງຫລາຍ ! ຄວາມເມົາ 3 ປະການນີ້, 3 ປະການເປັນຢ່າງໃດ? ຄື:
* ຄວາມເມົາໃນຄວາມເປັນໜຸ່ມສາວ [ພະນະມະໂທ],
* ຄວາມເມົາໃນຄວາມບໍ່ມີໂຣກ [ອາໂຣຄະຍະມະໂທ],
* ຄວາມເມົາໃນຊີວິດ [ຊີວິຕະມະໂທ],
ພິກຂຸທັງຫລາຍ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຜູ້ເມົາແລ້ວດ້ວຍຄວາມເມົາໃນຄວາມເປັນໜຸ່ມສາວ ຍ່ອມປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ, ຄັນປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ.
ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຜູ້ເມົາແລ້ວດ້ວຍຄວາມເມົາໃນຄວາມບໍ່ມີໂຣກ ຍ່ອມປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ, ຄັນປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ.
ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຜູ້ເມົາແລ້ວດ້ວຍຄວາມເມົາໃນຊີວິດ ຍ່ອມປະພຶດກາຍທຸຈະຣິຕ ວະຈີທຸຈະຣິດ ມະໂນທຸຈະຣິດ, ຄັນປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ.
ພິກຂຸທັງຫລາຍ! ພິກຂຸຜູ້ເມົາແລ້ວດ້ວຍຄວາມເມົາໃນຄວາມເປັນໜຸ່ມສາວ ຍ່ອມລາສິກຂາໄປ, ພິກຂຸຜູ້ເມົາແລ້ວດ້ວຍຄວາມເມົາໃນຄວາມບໍ່ມີໂຣກ ຍ່ອມລາສິກຂາໄປ, ພິກຂຸຜູ້ເມົາແລ້ວດ້ວຍຄວາມເມົາໃນຊີວິດ ຍ່ອມລາສິກຂາໄປ.
----------------------------------------------------
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ
20/138/478