ຜູ້ຕາຍຄາປະຕູນິບພານ

ອິນຊີສັງວອນ

0:00/0:00
ສຸ​ນັກ​ຂັດ​ຕະ ! ຂໍ້​ນີ້​ເປັນ​ຖານະ​ທີ່​ມີ​ໄດ້ ຄື ຈະ​ມີພິກຂຸ​ບາງ​ຮູບ​ໃນ​ກໍລະນີ​ນີ້ ມີ​ຄວາມ​ເຂົ້າໃຈ​ຂອງ​ຕົນ ມີ​ຄວາມຫມາຍ​ອັນ​ສະຫລຸບ​ໄດ້​ຢ່າງ​ນີ້ ເປັນ​ຕົ້ນ​ວ່າ

“ຕັນ​ຫາ​ນັ້ນ ສະມ​ະນະ​ກ່າວ​ກັນ​ວ່າ​ເປັນ​ລູກ​ສອນ ໂທດ​ອັນ​ມີ​ພິດ​ຂອງ​ອ​ະວິ​ຊາ ຍ່ອມ​ງອກ​ງາມ ເພາະ​ຄວາມເພີນພໍໃຈ ແລະ​ ພ​ະຍາ​ບາດ ​ລູກ​ສອນ​ຄື​ຕັນ​ຫາ​ນັ້ນ ເຮົາ​ລະ​ໄດ້​ແລ້ວ ໂທດ​ອັນ​ມີ​ພິດ​ຂອງ​ອ​ະວິ​ຊາ ເຮົາ​ກໍ​ນຳ​ອອກ​ໄປຫມົດ​ແລ້ວ ເຮົາ​ເປັນ​ຜູ້​ນ້ອມ​ໄປ​ແລ້ວ​ໃນ​ນິບ​ພານ​ໂດຍ​ຊອບ” ດັ່ງ​ນີ້.

ທ່ານນັ້ນຍ່ອມ​ຕາມ​ປະກອບ​ຊຶ່ງ​ທຳ​ທັງ​ຫຼາຍ ອັນ​ບໍ່​ເປັນ​ທີ່​ສະບາຍ​ແກ່​ຜູ້​ນ້ອມ​ໄປ​ແລ້ວ​ໃນ​ນິບ​ພານ​ໂດຍຊອບ ຄື​ຕາມ​ປະກອບ​ຊຶ່ງ​ທຳ​ອັນ​ບໍ່​ເປັນ​ທີ່​ສະບາຍ

• ໃນ​ການ​ເຫັນ​ຮູບ​ດ້ວຍ​ຕາ

• ຟັງ​ສຽງ​ດ້ວຍ​ຫູ

• ດົມ​ກິ່ນ​ດ້ວຍ​ດັງ

• ລິ້ມ​ຣົດ​ດ້ວຍ​ລິ້ນ

• ຖືກ​ຕ້ອງ​ໂຜດ​ຖັບ​ພະ​ດ້ວຍ​ກາຍ

• ຮູ້ສຶກ​ທັນ​ມາ​ຣົມ​ດ້ວຍ​ໃຈ


ອັນ​ລ້ວນ​ບໍ່​ເປັນ​ທີ່​ສະບາຍ ເມື່ອ​ທ່ານ​ຕາມ​ປະກອບ​ຊຶ່ງ​ທຳ ອັນ​ບໍ່​ເປັນ​ທີ່​ສະບາຍ​ເຫຼົ່າ​ນີ້​ຢູ່ ຣາ​ຄະ​ຄວນ​ສຽບ​ແທງ​ຈິດ​ຂອງ​ທ່ານ ທ່ານມີ​ຈິດ​ອັນ​ຣາ​ຄະ​ສຽບ​ແທງ​ແລ້ວ ​ຍ່ອມເຖິງ​ຄວາມ​ຕາຍ ຫລື​ ຄວາມ​ທຸກ​ຈຽນ​ຕາຍ

ສຸ​ນັກ​ຂັດ​ຕະ ! ປຽບ​ເໝືອນ​ບຸ​ຣຸດ ຖືກ​ຍິງ​ດ້ວຍ​ລູກ​ສອນ 🏹 ອັນ​ອາບ​ໄວ້​ດ້ວຍ​ຢາ​ພິດ​ຢ່າງ​ແຮງ​ກ້າ ມິດ​ອາໝາດຍາດ​ສາຍ​ເລືອດ​ຂອງ​ທ່ານ ຈັດ​ຫາ​ໝໍ​ຜ່າ​ຕັດ​ມາ​ຮັກສາ ໝໍ​ໄດ້​ໃຊ້​ສາ​ດ​ຕຣາ​​ຜ່າປາກ​ແຜ​ຂອງ​ທ່ານ ແລ້ວ​ໃຊ້​ເຄື່ອງ​ກວດ​ຄົ້ນ​ຫາ​ລູກ​ສອນ ພົບ​ແລ້ວ ຖອນ​ລູກ​​ສອນ​ອອກ ກຳຈັດ​ໂທດ​ອັນ​ເປັນ​ພິດ​ທີ່​ຍັງມີ​ເຊື້ອ​ເຫຼືອ​ຕິດ​ຢູ່ ຈົນ​ຮູ້​ວ່າ​ບໍ່​ມີ​ເຊື້ອ​ເຫຼືອ​ຕິດ​ຢູ່ແລ້ວ​ກ່າວ​ແກ່​ທ່ານ​ຢ່າງ​ນີ້​ວ່າ:

🗣 ບຸ​ຣຸດ​ຜູ້​ຈະເລີນ! ລູກສອນ​ຖືກ​ຖອນ​ອອກ​ແລ້ວ ໂທດ​ອັນ​ເປັນ​ພິດ ເຮົາ​ນຳ​ອອກ​ຈົນ​ບໍ່​ມີ​ເຊື້ອ​ເຫຼືອ​ຢູ່​ແລ້ວ ທ່ານ​ບໍ່​ມີ​ອັນຕະລາຍ​ອີກ​ແລ້ວ ແລະ ​ທ່ານ​ຈະ​ບໍຣິ​ໂພກ​ອາຫານ​ໄດ້​ຕາມ​ສະບາຍ ແຕ່​ຢ່າ​ໄປ​ກິນ​ອາຫານ​ຊະນິດ​ທີ່​ບໍ່​ສະບາຍ​ແກ່​ແຜ ອັນ​ຈະ​ເຮັດໃຫ້​ແຜ​ອັກ​ເສບ ແລະ ​ຈົ່ງ​ລ້າງ​ແຜ​ຕາມ​ເວລາ ທາ​ຢາ​ທີ່​ປາກ​ແຜ​ຕາມ​ເວລາ ເມື່ອ​ທ່ານ​ລ້າງ​ແຜ​ຕາມ​ເວລາ ທາ​ຢາ​ທີ່​ປາກ​ແຜ​ຕາມ​ເວລາຢ່າ​ໃຫ້​ໜອງ​ ແລະ ​ເລືອດເເຫ້ງ​ໝັກໝົມຕິດປາກ​ແຜ ແລະ ​ທ່ານ​ຢ່າ​ທ່ຽວ​ຕາກ​ລົມ​ຕາກ​ແດດ ເມື່ອ​ທ່ຽວ​ຕາກ​ລົມ​ຕາກ​ແດດ ກໍ​ຢ່າ​ໃຫ້​ຝຸ່ນ​ລະ​ອອງ​ ແລະ​ ຂອງ​ໂສ​ໂຄຣກ​ເຂົ້າໄປ​ໃນ​ປາກ​ແຜ.

🗣 ບຸ​ຣຸດ​ຜູ້​ຈະເລີນ ! ທ່ານ​ຈົ່ງ​ເປັນ​ຜູ້​ລະ​ວັງ​ຖືຮັກສາ​ແຜ ເຫັນ​ເລື່ອງ​ແຜ​ເປັນ​ເລື່ອງ​ສຳຄັນ​ເຖີດ​” ດັ່ງ​ນີ້.

ບຸ​ຣຸດ​ນັ້ນ​ມີ​ຄວາມ​ຄິດວ່າ 💬 “ ໝໍ​ຖອນ​ລູກ​ສອນໃຫ້​ເຮົາ​ສຳເລັດ​ແລ້ວ ໂທດ​ອັນ​ເປັນ​ພິດ​ໝໍ​ກໍ​ນຳ​ອອກ ຈົນ​ບໍ່​ມີ​ເຊື້ອ​ເຫຼືອ​ຢູ່​ແລ້ວ ເຮົາ​ໝົດ​ອັນຕະລາຍ​ແລ້ວ ” 😏

ທ່ານ​ຈຶ່ງ​ບ​ຣິ​ໂພກ​ໂພ​ຊະນະ​ທີ່​ສ​ະເເຫລ່ງ ເມື່ອ​ບໍຣິ​ໂພກ​ໂພ​ຊະນະ​ທີ່​​ສ​ະເເຫລ່ງ ແຜ​ກໍ​ກຳ​ເຣີບ ແລະ​ ທ່ານ​ບໍ່​ຊະ​ລ້າງແຜ​ຕາມ​ເວລາ ບໍ່​ທາ​ຢາ​ທີ່​ປາກ​ແຜຕາມ​ເວລາ ເມື່ອ​ທ່ານ​ບໍ່​ຊະ​ລ້າງແຜ​ຕາມ​ເວລາ ບໍ່​ທາ​ຢາ​ທີ່​ປາກ​ແຜ​ຕາມ​ເວລາ ໜອງ​ ແລະ ​ເລືອດ​ກໍ​​ເເຫ້ງ​ໝັກໝົມຕິດປາກ​ແຜ ແລະ​ ທ່ານ​ທ່ຽວ​ຕາກ​ລົມ​ຕາກ​ແດດ ປ່ອຍ​ໃຫ້​ຝຸ່ນ​ລະ​ອອງ​ຂອງ​ໂສ​ໂຄກ​ເຂົ້າໄປ​ໃນ​ປາກ​ແຜ ແລະ ​ທ່ານ​ບໍ່​ຣະ​ວັງ​ຮັກສາ​ແຜ ບໍ່​​ເຫັນເລື່ອງ​ແຜ​ເປັນ​ເລື່ອງ​ສຳຄັນ ທ່ານ​ນຳໂທດ​ອັນ​ເປັນພິດ​ບໍ່​ສະ​ອາດ​ອອກ​ໄປ ດ້ວຍ​ການ​ກະທຳ​ອັນ​ບໍ່​ຖືກ​ຕ້ອງ​ເຫຼົ່າ​ນີ້ ແຜຈຶ່ງ​ມີ​ເຊື້ອ​ເຫຼືອ​ຢູ່ ແຜ​ກໍ​ບວມ​ຂຶ້ນ​ເພາະ​ເຫດ​ທັງ​ສອງ​ນັ້ນ ບຸ​ຣຸດ​ນັ້ນ​ມີ​ແຜບວມ​ແລ້ວ ກໍ​ເຖິງ​ຊຶ່ງ​ຄວາມ​ຕາຍ​ເເດ່ 🏴‍☠️ ເຖິງຊຶ່ງ​ຄວາມ​ທຸກ​ຈຽນ​ຕາຍ​ເເດ່ ນີ້​ສັນໃດ

ສຸ​ນັກ​ຂັດ​ຕະ ! ຂໍ້​ນີ້​ກໍ​ສັນນັ້ນ​ຄືກັນ ຄື​ຂໍ້​ທີ່ພິກຂຸ​ບາງ​ຮູບ ສຳຄັນ​ຕົນວ່າ​ນ້ອມ​ໄປ​ແລ້ວ​ໃນ​ນິບ​ພານ​ໂດຍຊອບ​.... ແຕ່​ຕາມ​ປະກອບ​ໃນ​ທຳ​ບໍ່​ເປັນ​ທີ່​ສະບາຍ ແກ່​ການ​ນ້ອມ​ໄປ​ໃນ​ນິບ​ພານ​ໂດຍ​ຊອບ....ຣາ​ຄະ​ກໍ​ສຽບ​ແທງ​ຈິດ​ຂອງ​ທ່ານ ທ່ານມີ​ຈິດ​ອັນ​ຣາ​ຄະ​ສຽບ​ແທງ​ແລ້ວ ຍ່ອມ​ເຖິງ​ຄວາມ​ຕາຍ ຫລື​ ຄວາມ​ທຸກ​ຈຽນ​ຕາຍ

ສຸ​ນັກ​ຂັດ​ຕະ ! ໃນ​ອະ​ຣິຍະ​ວິ​ໄນ​ນີ້

ຄວາມ​ຕາຍ ໝາຍ​ເຖິງ ການ​ບອກ​ຄືນ​ສິກ​ຂາ ວຽນ​ໄປ​ສູ່​ເພດ​ຕ່ຳ

ຄວາມ​ທຸກ​ຈຽນ​ຕາຍ ໝາຍ​ເຖິງ ການ​ຕ້ອງ​ອາ​ບັດ​ອັນ​ເສົ້າ​ໝອງ​ຢ່າງ​ໃດ​ຢ່າງ​ໜຶ່ງແລ.
----------------------------------------------------
- ອຸ​ປຣິ. ມ. 14/66/76.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ