ອະຣິຍະມັກມີອົງ 8

ທາງສາຍກາງ

0:00/0:00
ພິກຂຸທັງຫຼາຍ ! ກໍທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັດ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ) ເປັນຢ່າງໃດ ?

ນີ້ຄື ມັກມີອົງແປດ ອັນປະເສີດຄື: ສັມມາທິດຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ.

1. ກໍສຳມາທິດຖິ (ຄວາມເຫັນຊອບ) ເປັນຢ່າງໃດ ?

ພິກຂຸທັງຫຼາຍ !
- ຄວາມຮູ້ໃນທຸກ
- ຄວາມຮູ້ໃນເຫດໃຫ້ເກີດທຸກ
- ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກ
- ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ.

ອັນໃດ ນີ້ເຮົາເອີ້ນວ່າ ຄວາມເຫັນຊອບ.

2. ສຳມາສັງກັບປະ (ຄວາມດຳຣິຊອບ) ເປັນຢ່າງໃດ ?

- ຄວາມດໍາຣິໃນການອອກຈາກກາມ.
- ຄວາມດໍາຣິໃນການບໍ່ພະຍາບາດ.
- ຄວາມດໍາຣິໃນອັນບໍ່ບຽດບຽນ.

ນີ້ເຮົາເອີ້ນວ່າ ຄວາມດຳຣິຊອບ.

3. ສຳມາວາຈາ (ວາຈາຊອບ) ເປັນຢ່າງໃດ ?
- ການງົດເວັ້ນຈາກການເວົ້າຕົວະ.
- ງົດເວັ້ນຈາກການເວົ້າສໍ່ສຽດ(ເວົ້າໃຫ້ຄົນແຕກແຍກກັນ).
- ງົດເວັ້ນຈາກການເວົ້າຄໍາຫຍາບ.
- ງົດເວັ້ນຈາກການເວົ້າໂລເລ.

ນີ້ເຮົາເອີ້ນວ່າ ວາຈາຊອບ.

4. ສຳມາກຳມັນຕະ (ການປະພຶດຊອບ) ເປັນຢ່າງໃດ ?

-ການງົດເວັ້ນຈາກການຂ້າສັດ.
- ງົດເວັ້ນຈາກການຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້.
- ງົດເວັ້ນຈາກການປະພຶດຜິດໃນກາມ.

ນີ້ເຮົາເອີ້ນວ່າ ການປະພຶດຊອບ.

5. ສຳມາອາຊີວະ (ການລ້ຽງຊີບຊອບ) ເປັນຢ່າງໃດ ?

ອະຣິຍະສາວົກໃນທຳວິໄນນີ້ ລະການລ້ຽງຊີບທີ່ຜິດເສຍ ສໍາເລັດການລ້ຽງຊີບດ້ວຍການລ້ຽງຊີບທີ່ຖືກຕ້ອງ.

ນີ້ເຮົາເອີ້ນວ່າ ການລ້ຽງຊີບຊອບ.

6. ສຳມາວາຍາມະ (ຄວາມພຽນຊອບ) ເປັນຢ່າງໃດ ?

- ພິກຂຸໃນທັມວິໄນນີ້ ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອບໍ່ໃຫ້ອະກຸສົນທຳອັນເປັນບາບທີ່ຍັງບໍ່ເກີດບັງເກີດຂຶ້ນ.

- ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອລະອະກຸສົນທຳເປັນບາບ ທີ່ບັງເກີດຂຶ້ນແລ້ວ

- ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອໃຫ້ ກຸສົນທຳທີ່ຍັງບໍ່ເກີດ ບັງເກີດຂຶ້ນ

- ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອຄວາມຕັ້ງຢູ່ ບໍ່ເລືອນຫາຍ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນເຕັມປ່ຽມແຫ່ງກຸສົນທຳທີ່ບັງ ເກີດຂຶ້ນແລ້ວ.

ນີ້ເຮົາເອີ້ນວ່າ ຄວາມພຽນຊອບ.


7. ສຳມາສະຕິ (ຄວາມລະນຶກຊອບ) ເປັນຢ່າງໃດ ?

- ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນກາຍໃນກາຍຢູ່ ມີ ຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກເສຍໄດ້.

- ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນເວທະນາໃນເວທະນາຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກເສຍໄດ້.

- ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນຈິດໃນຈິດຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະໂທມະນັດໃນໂລກອອກເສຍໄດ້.

- ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນທຳໃນທຳຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກສຽຍໄດ້.

ນີ້ເຮົາເອີ້ນວ່າ ຄວາມລະນຶກຊອບ.

8. ສຳມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ) ເປັນຢ່າງໃດ ?

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ສະງັດແລ້ວຈາກ ກາມທັງຫຼາຍ ສະງັດແລ້ວຈາກອະກຸສົນທຳທັງຫຼາຍ ເຂົ້າເຖິງ ຊານທີ 1 ອັນມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ ວິເວກ ແລ້ວແລຢູ່.

ເພາະວິຕົກວິຈານລະງັບລົງ ເຂົາເຂົ້າເຖິງ ຊານທີ 2 ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນ ທຳອັນເອກຜຸດຂຶ້ນ ບໍ່ມີວິຕົກບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກ ອັນເກີດແຕ່ສະມາທິ ແລ້ວແລຢູ່.

ເພາະປີຕິຈາງຫາຍໄປ ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກຕົວທົ່ວພ້ອມ ແລະ ໄດ້ສະເຫວີຍສຸກດ້ວຍ ນາມກາຍ ຍ່ອມເຂົ້າເຖິງ ຊານທີ 3 ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ ເປັນຜູ້ ເສີຍຢູ່ໄດ້ ມີສະຕິ ມີຄວາມເປັນຢູ່ເປັນປົກກະຕິສຸກ ແລ້ວ ແລຢູ່.

ເພາະລະສຸກ ແລະ ທຸກເສຍໄດ້ ແລະ ຄວາມດັບຫາຍ ແຫ່ງໂສມະນັດ ແລະ ໂທມະນັດ ໃນການກ່ອນ ເຂົາຍ່ອມ ເຂົ້າເຖິງ ຊານທີ 4 ອັນບໍ່ທຸກ ແລະ ບໍ່ສຸກ ມີແຕ່ສະຕິອັນ ບໍຣິສຸດເພາະອຸເປກຂາ ແລ້ວແລຢູ່.

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ສຳມາສະມາທິ

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລເຮົາເອີ້ນວ່າ ອະຣິຍະສັດ ຄື ຫົນທາງເປັນເຄື່ອງໃຫ້ເຖິງ ຄວາມດັບບໍ່ເຫຼືອແຫ່ງທຸກ.

ນີ້ເຮົາເອີ້ນວ່າ ຄວາມຕັ້ງໃຈໝັ້ນຊອບ. ດັ່ງນີ້.


- ບາລີ ມຫາ. ທີ. 10/343/299.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ