ສັງສາຣະວັດ ບໍ່ປາກົດທີ່ສຸດ ແກ່ສັດຜູ້ມີອະວິຊາ(1 ກັບ)(ສັງສາລະວັດ)

ແກ່ ເຈັບ ຕາຍ

0:00/0:00
ພິກຂຸທັງຫຼາຍ ! ກັບໜຶ່ງດົນແລ ບໍ່ແມ່ນງ່າຍທີ່ຈະນັບ ກັບນັ້ນວ່າ ເທົ່ານີ້ປີ ເທົ່ານີ້ຮອ້ຍປີ ເທົ່ານີ້ພັນປີ ຫຼືວ່າເທົ່ານີ້ ແສນປີ.

ພິກຂຸທັງຫຼາຍ ! ເໝືອນຢ່າງວ່າ ພູເຂົາຫີນໜ່ວຍໃຫຍ່ ຍາວໂຍດໜຶ່ງ(16 ກິໂລແມັດ) ກວ້າງໂຍດໜຶ່ງ ສູງໂຍດໜຶ່ງ ບໍ່ມີປ່ອງ ບໍ່ມີຜົ້ງ ເປັນແທ່ງຕຶບ ບຸຣຸດຍ່ອມເອົາຜ້າແຄວ້ນກາສີມາແລ້ວ ປັດກວາດພູເຂົານັ້ນ 100 ປີຕໍ່ຄັ້ງ ພູເຂົາຫີນໜ່ວຍໃຫຍ່ນັ້ນ ຍ່ອມເຖິງການໝົດໄປສິ້ນໄປ ເພາະຄວາມພະຍາຍາມນີ້ ຍັງໄວກວ່າແລ ສ່ວນກັບໜຶ່ງຍັງບໍ່ເຖິງການໝົດໄປສິ້ນໄປ ກັບດົນນານຢ່າງນີ້ ແລ.

ພິກຂຸທັງຫຼາຍ ! ບັນດາກັບທີ່ດົນນານຢ່າງນີ້ພວກເຈົ້າ ທ່ອງທ່ຽວໄປແລ້ວ ບໍ່ແມ່ນໜຶ່ງກັບ ບໍ່ແມ່ນຮ້ອຍກັບ ບໍ່ແມ່ນ ພັນກັບ ບໍ່ແມ່ນແສນກັບ.

ຂໍ້ນັ້ນເພາະເຫດໃດ ? ເພາະວ່າ ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມຶ່ອເຫຼົ່າສັດຜູ້ມີອະວິຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ມີປາກົດ.

ພິກຂຸທັງຫຼາຍ ! ກໍເຫດພຽງເທົ່ານີ້ ພໍແລ້ວນັ້ນແລ ເພື່ອຈະເບື່ອໜ່າຍໃນສັງຂານທັງປວງ ພໍເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະຫຸຼດພົ້ນ ດັ່ງນີ້.



- ບາລີ ນິທານ. ສັງ. 16/215/429-30.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ