ຫ້າມຜູ້ອື່ນໃຫ້ທານຊື່ວ່າບໍ່ແມ່ນມິດ
ທານ
ວັດສະ ! ຜູ້ໃດຫ້າມຜູ້ອື່ນໃຫ້ທານ ຜູ້ນັ້ນຊື່ວ່າເປັນ ອະມິດ ຜູ້ກະທໍາອັນຕະລາຍສິ່ງ 3 ສິ່ງຄື:
(1). ທໍາອັນຕະລາຍຕໍ່ບຸນຂອງທາຍົກ (ຜູ້ໃຫ້ທານ)
(2). ທໍາອັນຕະລາຍຕໍ່ລາບຂອງປະຕິຄາຫົກ (ຜູ້ຮັບທານ)
(3). ຕົນເອງກໍຂຸດຮາກຕົວເອງ ກໍາຈັດຕົວເອງເສຍຕັ້ງແຕ່ເລີ່ມແລ້ວ.
ວັດສະ ! ຜູ້ໃດຫ້າມຜູ້ອື່ນໃຫ້ທານ ຊື່ວ່າ ເປັນອະມິດ ຜູ້ກະທໍາອັນຕະລາຍສິ່ງ 3 ສິ່ງ ດັ່ງນີ້ແລ.
ວັດສະ ! ເຮົາເອງຍ່ອມກ່າວຢ່າງນີ້ວ່າ “ຜູ້ໃດຖອກນໍ້າ ລ້າງໝໍ້ ຫຼື ນໍ້າລ້າງຊາມກໍຕາມ ລົງໃນຂຸມບໍ່ນໍ້າຄໍາ ຫຼື ທາງນໍ້າ ເປີເປື້ອນ ຊຶ່ງມີສັດມີຊີວິດເກີດຢູ່ໃນນັ້ນດ້ວຍຄິດວ່າ ສັດໃນນັ້ນຈະໄດ້ອາໃສລ້ຽງຊີວິດ ດັ່ງນີ້ແລ້ວ ເຮົາກໍຍັງກ່າວວ່າ ນັ້ນເປັນທາງມາແຫ່ງບຸນ ເພາະການກະທໍາແມ່ນແຕ່ເຊັ່ນນັ້ນ ບໍ່ຕ້ອງກ່າວເຖິງການໃຫ້ທານແກ່ມະນຸດດ້ວຍກັນ” ດັ່ງນີ້.
ອີກຢ່າງໜຶ່ງ ເຮົາກ່າວວ່າທານທີ່ໃຫ້ແກ່ຜູ້ມີສີນ ເປັນທານມີ ຜົນຫຼາຍ, ທານທີ່ໃຫ້ແກ່ຜູ້ທຸສີນ ຫາເປັນຢ່າງນັ້ນບໍ່ ແລະ ຜູ້ມີສີນນັ້ນເປັນຜູ້ລະເສຍເຊິ່ງອົງຄ໌ 5 ແລະ ປະກອບຢູ່ດ້ວຍ ອົງຄ໌ 5.
ລະອົງຄ໌ 5 ຄື:
ລະກາມະສັນທະ, ລະພະຍາບາດ, ລະຖີນະມິດທະ (ຫົດຫູ່ຊຶມເຫງົາ), ລະອຸດທັດຈະກຸກກຸດຈະ (ຟຸ້ງຊ້ານລໍາ ຄານ), ລະວິຈິກິດສາ (ລັງເລສົງໄສ)
ປະກອບດ້ວຍອົງຄ໌ 5 ຄື:
ປະກອບດ້ວຍກອງສີນຊັ້ນອະເສຂະ (ຊັ້ນພຣະອະຣະຫັນຕ໌).
ປະກອບດ້ວຍກອງ ສະມາທິ ຊັ້ນອະເສຂະ ປະກອບດ້ວຍກອງ ປັນຍາ ຊັ້ນອະເສຂະ ປະກອບດ້ວຍກອງ ວິມຸດ ຊັ້ນອະເສຂະ
ປະກອບດ້ວຍກອງວິມຸດຕິຍານທັດສະນະຊັ້ນອະເສຂະ.
ເຮົາກ່າວວ່າທານທີ່ໃຫ້ໃນບຸກຄົນຜູ້ລະອົງຄ໌ຫ້າ ແລະ ປະກອບ ດ້ວຍອົງຄ໌ຫ້າ ດ້ວຍອາການຢ່າງນີ້ ມີຜົນຫຼາຍ ດັັ່ງນີ້.
- ບາລີ ຕິກ. ອັງ. 20/205/497.