ວິບາກກຳຂອງໝູ່ສັດ
ສິນ
(1). ພິກຂຸທັງຫຼາຍ ! ປານາຕິບາດ(ຂ້າສັດ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງປານາຕິບາຕຂອງຜູ້ເປັນມະນຸດທທີ່ເບົາກວ່າ ວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ມີອາຍຸສັ້ນ.
(2). ພິກຂຸທັງຫຼາຍ ! ອະທິນນາທານ(ລັກຊັບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງອະທິນນາທານຂອງຜູ້ເປັນມະນຸດທີ່ເບົາກວ່າ ວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ຄວາມເສື່ອມແຫ່ງ ໂພຄະ.
(3). ພິກຂຸທັງຫຼາຍ ! ກາເມສຸມິດສາຈານ(ປະພຶດຜິດໃນກາມ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງກາເມສຸມິຈສາຈານຂອງຜູ້ເປັນມະນຸດທີ່ເບົາກວ່າ ວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ກໍ່ເວນດ້ວຍສັດຕູ.
(4). ພິກຂຸທັງຫຼາຍ ! ມຸສາວາດ(ຄໍາຂີ້ຕົວະ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງມຸສາວາດຂອງຜູ້ເປັນມະນຸດທີ່ເບົາກວ່າວິບາກ ທັງປວງຄືວິບາກທ່ີເປັນໄປເພື່ອການຖືກກ່າວຕູ່ດ້ວຍຄໍາບໍ່ຈິງ.
+ ພິກຂຸທັງຫຼາຍ ! ປິສຸນາວາດ (ຄໍາຍຸແຍ່ໃຫ້ແຕກກັນ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງປິສຸນະວາດຂອງຜູ້ເປັນມະນຸດທ່ີເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການແຕກຈາກມິດ.
+ ພິກຂຸທັງຫຼາຍ ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງຜະຣຸສະວາດຂອງຜູ້ເປັນມະນຸດທີ່ເບົາກວ່າ ວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການໄດ້ຟັງສຽງທີ່ບໍ່ ໜ້າພໍໃຈ.
+ ພິກຂຸທັງຫຼາຍ ! ສຳຜັບປະລາປະ (ຄໍາໂລເລ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງສຳຜັບປະລາປະ ຂອງຜູ້ເປັນມະນຸດທີ່ເບົາ ກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ວາຈາທີ່ບໍ່ມີໃຜ ເຊື່ອຖື.
(5). ພິກຂຸທັງຫຼາຍ ! ການດື່ມນໍ້າເມົາຄືສຸຣາ ແລະ ເມໄຣ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປດວິໄສ.
ວິບາກແຫ່ງການດື່ມນໍ້າເມົາ ຄືສຸຣາ ແລະ ເມຣັຍຂອງຜູ້ ເປັນມະນຸດທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປ ເພື່ອ ຄວາມເປັນບ້າ (ອຸມມັຕຕະກະ).
- ບາລີ ອັຕຖກ. ອັງ. 23/251/130.