ການວາງຈິດເມື່ອຖືກກ່າວຫາ(ປຽບດ້ວຍເລື່ອຍ)
ພຣົມວິຫານ 4
ພິກຂຸທັງຫຼາຍ ! ທາງແຫ່ງຖ້ອຍຄໍາ ທີ່ບຸກຄົນອື່ນຈະ ຍ່ອມກ່າວຫາ 5 ຢ່າງ ເຫຼົ່ານີ້ ມີຢູ່ຄື:
1. ກ່າວໂດຍກາລະ ຫຼື ໂດຍບໍ່ແມ່ນກາລະ.
2. ກ່າວໂດຍເລື່ອງຈິງ ຫຼື ໂດຍເລື່ອງບໍ່ຈິງ.
3. ກ່າວໂດຍອ່ອນຫວານ ຫຼື ໂດຍຫຍາບຄາຍ.
4. ກ່າວດ້ວຍເລື່ອງມີປະໂຫຍດ ຫຼື ບໍ່ມີປະໂຫຍດ.
5. ກ່າວດ້ວຍມີຈິດເມດຕາ ຫຼື ມີໂທສະໃນພາຍໃນ.
ພິກຂຸທັງຫຼາຍ ! ເມື່ອເຂົາກ່າວຢູ່ຢ່າງນັ້ນ ໃນກໍລະນີ ນັ້ນໆ ເຈົ້າຈົ່ງທໍາການສໍານຶກຢ່າງນີ້ວ່າ:
“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິດອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນຢູ່, ຈັກມີຈິດສະຫະຣະຄະຕະດ້ວຍເມດຕາແຜ່ໄປຍັງບຸກຄົນນັ້ນຢູ່ ແລະ ຈັກມີຈິດ ສະຫະຣະຄະຕະດ້ວຍເມດຕາ ອັນເປັນຈິດໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດ ແຜ່ໄປສູ່ໂລກ ເຖິງທີ່ສຸດ ທຸກທິດທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລ ຢູ່” ດັ່ງນີ້.
ພິກຂຸທັງຫຼາຍ ! ເຈົ້າຈົ່ງທໍາການສໍານຶກຢ່າງນີ້ ແລ.
ພິກຂຸທັງຫຼາຍ ! ຖ້າໂຈນຜູ້ຄອຍຊ່ອງຍ່ອມເລື່ອຍອະໄວຍະວະນ້ອຍໃຫຍ່ຂອງໃຜຜູ້ໜຶ່ງດ້ວຍເລື່ອຍມີດ້າມສອງຂ້າງ ຜູ້ໃດມີໃຈປະທຸສະຮ້າຍໃນໂຈນນັ້ນ ຜູ້ນັ້ນຊື່ວ່າບໍ່ເຮັດຕາມຄໍາ ສອນຂອງເຮົາ ເພາະເຫດທີ່ມີໃຈປະທຸສະຮ້າຍຕໍ່ໂຈນນັ້ນ.
ພິກຂຸທັງຫຼາຍ ! ໃນກໍລະນີນັ້ນ ເຈົ້າຈົ່ງທໍາການສໍານຶກ ຢ່າງນີ້ວ່າ
“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິດອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈັກມີຈິດສະຫະຣະ ຄະຕະດ້ວຍເມດຕາແຜ່ໄປຍັງບຸກຄົນນັ້ນຢູ່ ແລະ ຈັກມີຈິດ ສະຫະຣະຄະຕະດ້ວຍເມດຕາ ອັນເປັນຈິດໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດ ແຜ່ໄປສູ່ໂລກ ເຖິງທີ່ສຸດ ທຸກທິດທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລ ຢູ່” ດັ່ງນີ້.

ພິກຂຸທັງຫຼາຍ ! ເຈົ້າຈົ່ງກະທໍາໃນໃຈເຖິງໂອວາດອັນ ປຽບດ້ວຍເລື່ອຍນີ້ ຢູ່ເນຶ່ອງໆ ເທີ້ນ.
ພິກຂຸທັງຫຼາຍ ! ເມື່ອເຈົ້າກະທໍາໃນໃຈເຖິງໂອວາດນັ້ນຢູ່ ເຈົ້າຈະໄດ້ເຫັນທາງແຫ່ງການກ່າວຫາເລັກນ້ອຍ ຫຼື ໃຫຍ່ທີ່ພວກເຈົ້າອົດກັ້ນ ບໍ່ໄດ້ ຢູ່ອີກຫຼື ?
“ຂໍ້ນັ້ນຫາບໍ່ໄດ້ ຂະນ້ອຍ ! ”.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ພວກເຈົ້າທັງຫຼາຍ ຈົ່ງກະທໍາໃນໃຈເຖິງໂອວາດທີ່ປຽບດ້ວຍເລື່ອຍນີ້ ຢູ່ເປັນປະຈໍາເທີ້ນ ນັັ້ນຈັກເປັນໄປເພື່ອປະໂຫຍດເກື້ອກູນ ແລະຄວາມສຸກແກ່ພວກເຈົ້າທັງຫຼາຍຕະຫຼອດກາລະນານ.
- ບາລີ ມ. ມ. 12/255-280/267-273.