ສະມະທິພາວະນາ 4 ແບບ
ສະມະຖະ ແລະ ວິປັດສະນາ
ພິກຂຸທັງຫຼາຍ ! ສະມາທິພາວະນາ 4 ປະການ ນີ້; 4 ປະການເປັນແນວໃດ ? ຄື:
🧘1. ສະມາທິພາວະນາທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພຶ່ອການຢູ່ເປັນສຸກໃນປັດຈຸບັນມີຢູ່.
🧘2. ສະມາທິພາວະນາທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວຍ່ອມເປັນໄປເພຶ່ອໄດ້ສະເພາະເຊິ່ງຍານທັດສະນະມີຢູ່.
🧘3. ສະມາທິພາວະນາທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວຍ່ອມເປັນໄປເພຶ່ອສະຕິສັມປະຊັນຍະມີຢູ່.
🧘4. ສະມາທິພາວະນາທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວຍ່ອມເປັນໄປເພຶ່ອຄວາມສິ້ນອາສະວະມີຢູ່.
1. ພິກຂຸທັງຫຼາຍ ! ກໍສະມາທິພາວະນາທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພຶ່ອການຢູ່ ເປັນສຸກໃນປັດຈຸບັນເປັນແນວໃດ?
ພິກຂຸໃນທຳວິໄນນີ້ ສະຫງັດຈາກກາມ ສະຫງັດຈາກ ອະກຸສົນທຳ ບັນລຸປະຖົມຊານ ມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດຈາກວິເວກແລ້ວແລຢູ່; ເພາະບໍ່ມີວິຕົກ ບໍ່ມີວິຈານ ຍ່ອມເຂົ້າເຖິງທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິດ ໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ເພາະວິຕົກວິຈານ ສະຫງົບໄປ ມີແຕ່ປີຕິ ແລະ ສຸກອັນເກີດຈາກສະມາທິແລ້ວແລຢູ່; ອີກຢ່າງໜຶ່ງ ເພາະຄວາມດັບໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ດ້ວຍອຸເປກຂາ ມີສະຕິສຳປະຊັນຍະ ສະເຫວີຍ ສຸກດ້ວຍນາມກາຍທີ່ພຣະອະຣິຍະເຈົ້າທັງຫຼາຍ ສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸກ ຍ່ອມເຂົ້າເຖິງຕະຕິຍະຊານ; ເພາະລະສຸກ ແລະ ທຸກເສຍໄດ້ ແລະ ເພາະຄວາມດັບຫາຍໄປແຫ່ງໂສມະນັດ ແລະ ໂທມະນັດໃນການກ່ອນ ຍ່ອມເຂົ້າເຖິງຈະຕຸຖະຊານ ອັນບໍ່ມີທຸກບໍ່ມີສຸກ ມີແຕ່ສະຕິອັນບໍຣິສຸດເພາະ ອຸເປກຂາ ແລ້ວແລຢູ່;
ພິກຂຸທັງຫຼາຍ ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນ.
2. ພິກຂຸທັງຫຼາຍ ! ສະມາທິພາວະນາທີ່ບຸກຄົນຈະເລີນ ແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອໄດ້ ສະເພາະເຊິ່ງຍານທັດສະນະເປັນແນວໃດ?
ພິກຂຸໃນທຳວິໄນນີ້ ມະນະສິການອາໂລກະສັນຍາ (ການກໍານົດໝາຍໃນແສງສະວ່າງ) ອະທິຖານທິວາສັນຍາ (ກໍານົດວ່າເປັນກາງເວັນ) ວ່າກາງຄືນເໝືອນກາງເວັນ ກາງເວັນເໝືອນກາງຄືນ ມີໃຈສະຫງົບປາສະຈາກເຄື່ອງ ຜູກມັດ ອົບຮົມຈິດໃຫ້ສະວ່າງຢູ່.
ພິກຂຸທັງຫຼາຍ ! ສະມາທິພາວະນານີ້ແລ ອັນບຸກຄົນຈະເລີນແລ້ວ ກະທໍາ ໃຫ້ຫຼາຍແລ້ວ ຍ່ອມເປັນໄປເພຶ່ອໄດ້ສະເພາະເຊິ່ງ ຍານທັດສະນະ.
3. ພິກຂຸທັງຫຼາຍ ! ກໍສະມາທິພາວະນາທີ່ບຸກຄົນຈະເລີນ ແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິ ສຳປະຊັນຍະເປັນແນວໃດ? ຄື:
ພິກຂຸໃນທຳວິໄນນີ້ ຮູ້ແຈ້ງເຊິ່ງເວທະນາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງເວທະນາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງເວທະນາທີ່ດັບໄປ; ຮູ້ແຈ້ງເຊິ່ງສັນຍາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງສັນຍາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງສັນຍາທີຮ່ດັບໄປ; ຮູ້ແຈ້ງເຊິ່ງວິຕົກທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງວິຕົກທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງວິຕົກທີ່ດັບໄປ.
ພິກຂຸທັງຫຼາຍ ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິ ສຳປະຊັນຍະ.
4. ພິກຂຸທັງຫຼາຍ ! ກໍສະມາທິພາວະນາທ່ີບຸກຄົນຈະເລີນ ແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພຶ່ອຄວາມສິ້ນ ອາສະວະເປັນແນວໃດ? ຄື:
ພິກຂຸໃນທຳວິໄນນີ້ ມີປົກກະຕິເຫັນຄວາມເກີດຂຶ້ນ ແລະ ຄວາມເສື່ອມໄປໃນອຸປາທານຂັນ 5 ຢູ່ວ່າ: ຮູບເປັນ ຢ່າງນີ້, ຄວາມເກີດຂຶ້ນຂອງຮູບເປັນຢ່າງນີ້, ຄວາມດັບໄປ ຂອງຮູບເປັນຢ່າງນີ້; ເວທະນາເປັນຢ່າງນີ້, ຄວາມເກີດ ຂຶ້ນຂອງເວທະນາເປັນຢ່າງນີ້, ຄວາມດັບໄປຂອງ ເວທະນາເປັນຢ່າງນີ້; ສັນຍາເປັນຢ່າງນີ້, ຄວາມເກີດຂຶ້ນ ຂອງສັນຍາເປັນຢ່າງນີ້, ຄວາມດັບໄປຂອງສັນຍາເປັນ ຢ່າງນີ້; ສັງຂານເປັນຢ່າງນີ້, ຄວາມເກີດຂຶ້ນຂອງສັງຂານ ເປັນຢ່າງນີ້, ຄວາມດັບໄປຂອງສັງຂານເປັນຢ່າງນີ້; ວິນຍານເປັນຢ່າງນີ້, ຄວາມເກີດຂຶ້ນຂອງວິນຍານເປັນຢ່າງນີ້, ຄວາມດັບໄປຂອງວິນຍານເປັນຢ່າງນີ້.
ພິກຂຸທັງຫຼາຍ ! ສະມາທິພາວະນານີ້ແລ ທີ່ບຸກຄົນ ຈະເລີນແລ້ວ ກະທໍາໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອ ຄວາມສິ້ນອາສະວະ.
ພິກຂຸທັງຫຼາຍ ! ສະມາທິ ພາວະນາ 4 ປະການນີ້ແລ.
ພິກຂຸທັງຫຼາຍ ! ກໍຄໍາທີ່ເຮົາກ່າວໄວ້ໃນປຸນນະກະປັນຫາ ໃນປາຣາຍະນະວັດມີໃຈຄວາມວ່າ:
ຄວາມຫວັ່ນໄຫວຍ່ອມບ່ໍມີແກ່ບຸກຄົນຜູ້ຮູ້ຄວາມສູງຕໍ່າໃນໂລກ ບຸກຄົນນັ້ນເປັນຜູ້ສະຫງົບປາສະຈາກຄັວນຄື ຄວາມໂກດ ເປັນຜູ້ບໍ່ມີຄວາມຄັບແຄ້ນ ບໍ່ມີຄວາມຫວັງໃດໆ ເຮົາກ່າວວ່າ ຂ້າມພົ້ນຊາດ ແລະ ຊະຣາໄດ້ແລ້ວ.
----------------------------------------------------
ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ 21/44-45/41