ກຳປຽບທຽບດ້ວຍກ້ອນເກືອ
ກຳ
ພິກຂຸທັງຫຼາຍ ! ຜູ້ໃດຍ່ອມກ່າວວ່າ ຄົນກະທໍາກຳຢ່າງ ໃດໆ ຍ່ອມສະເຫວີຍກຳນັ້ນ ຢ່າງນັ້ນໆ ດັ່ງນີ້ ເມື່ອເປັນ ຢ່າງນັ້ນ ການຢູ່ປະພຶດພຣົມມະຈັນກໍມີບໍ່ໄດ້ ຊ່ອງທາງທີ່ຈະ ປະພຶດທີ່ສຸດແຫ່ງທຸກໂດຍຊອບກໍບໍ່ປາກົດ.
ສ່ວນຜູ້ໃດກ່າວວ່າ ຄົນກະທໍາກຳອັນຈະຍ່ອມໃຫ້ຜົນຢ່າງ ໃດໆ ຍ່ອມສະເຫວີຍ ຜົນຂອງກຳນັ້ນ ຢ່າງນັ້ນໆ ດັ່ງນີ້ ເມຶ່ອເປັນຢ່າງນີ້ ການຢູ່ປະພຶດພຣົມມະຈັນຍ່ອມມີໄດ້ຊ່ອງ ທາງທີ່ຈະປະພຶດທີ່ສຸດແຫ່ງທຸກໂດຍຊອບກໍຍ່ອມປາກົດ.
ພິກຂຸທັງຫຼາຍ ! ບາບກຳແມ່ນວ່າປະມານໜ້ອຍທີ່ ບຸກຄົນບາງຄົນສ້າງແລ້ວ ບາບກຳນັ້ນຍ່ອມນໍາເຂົາໄປສູ່ ນະຣົກໄດ້ ບາບກຳປະມານໜ້ອຍຢ່າງດຽວກັນນັ້ນ ບາງຄົນ ສ້າງແລ້ວ ກຳນັ້ນເປັນທິດຖະທຳເວທະນີຍະກຳ (ໃຫ້ຜົນໃນ ປັດຈຸບັນ) ບໍ່ປາກົດຜົນຫຼາຍຕໍ່ໄປອີກເລີຍ.
ບາບກຳ ແມ່ນວ່າປະມານໜ້ອຍ ບຸກຄົນຊະນິດໃດສ້າງ ແລ້ວ ບາບກຳນັ້ນຈຶ່ງນໍາເຂົາໄປນະຣົກໄດ້ ?
ບຸກຄົນບາງຄົນ ໃນໂລກນີ້ເປັນຜູ້ມີກາຍບໍ່ໄດ້ອົບຮົມ ມີສີນບໍ່ໄດ້ອົບຮົມ ມີຈິດບໍ່ໄດ້ອົບຮົມ ມີປັນຍາບໍ່ໄດ້ອົບຮົມ ມີຄຸນຄວາມດີໜ້ອຍເປັນອັບປາຕຸມະ (ມີໃຈຄັບແຄບໃຈຫຍາບ) ເປັນອັບປະທຸກຂະວິຫາຣີ (ມີປົກກະຕິຢູ່ເປັນທຸກດ້ວຍເຫດ ພຽງເລັກນ້ອຍ) ບາບກຳແມ່ນວ່າປະມານໜ້ອຍ ບຸກຄົນຊະນິດນີ້ກໍສ້າງແລ້ວ ບາບກຳນັ້ນຍ່ອມນໍາເຂົາໄປນະຣົກໄດ້.
ບາບກຳ ປະມານໜ້ອຍຢ່າງດຽວກັນ ບຸກຄົນຊະນິດໃດ ສ້າງແລ້ວ ກຳນັ້ນຈຶ່ງເປັນທິດຖະທຳເວທະນີຍາກຳ ບໍ່ປາກົດຜົນຫຼາຍຕໍ່ໄປອີກເລີຍ ?
ບຸກຄົນບາງຄົນ ໃນໂລກນີ້ເປັນຜູ້ມີກາຍ ມີສີນ ມີຈິດມີປັນຍາໄດ້ອົບຮົມແລ້ວ ມີຄຸນຄວາມດີຫຼາຍເປັນມະຫາຕະມະ (ເປັນຜູ້ມີໃຈກວ້າງຂວາງ) ເປັນອັບປະມານະວິຫາຣີ (ມີປົກກະຕິຢູ່ໂດຍທຳອັນຫາປະມານບໍ່ໄດ້) ບາບກຳປະມານ ໜ້ອຍຢ່າງດຽວກັນນັ້ນ ບຸກຄົນຊະນິດນີ້ກໍສ້າງແລ້ວ ກຳນັ້ນ ເປັນທິດຖະທຳເວທະນີຍະກຳ ບ່ໍປາກົດຜົນຕໍ່ໄປອີກເລີຍ.
ພິກຂຸທັງຫຼາຍ ! ປຽບດັ່ງຄົນໃສ່ເກືອລົງໄປໃນຖ້ວຍ ນ້ອຍໆ ໜຶ່ງກ້ອນ ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າຢ່າງໃດ ນໍ້າອັນໜ້ອຍໃນຖ້ວຍນໍ້ານັ້ນ ຈະກາຍເປັນນໍ້າເຄັມ ບໍ່ເປັນຕາດື່ມໄປ ເພາະກ້ອນເກືອນັ້ນແມ່ນບໍ ?
“ເປັນເຊັ່ນນັ້ນ ຂ້ານ້ອຍ ! ”.
ຂໍ້ນັ້ນເພາະເຫດອັນໃດໜໍ ?
“ເພາະເຫດວ່າ ນໍ້າໃນຖ້ວຍນັ້ນມີໜ້ອຍ ມັນຈຶ່ງເຄັມໄດ້ ເພາະເກືອກ້ອນນັ້ນ ຂ້ານ້ອຍ”.
ປຽບດັ່ງຄົນໃສ່ເກືອກ້ອນຂະໜາດດຽວກັນນັ້ນ ລົງໄປໃນ ແມ່ນໍ້າຄົງຄາ ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າຢ່າງໃດ ນໍ້າໃນແມ່ນໍ້າຄົງຄານັ້ນ ຈະກາຍເປັນນໍ້າເຄັມ ດື່ມບໍ່ໄດ້ ເພາະເກືອກ້ອນນັ້ນຫຼື ?
“ຫາບໍ່ໄດ້ ຂ້ານ້ອຍ ! ”.
ຂໍ້ນັ້ນເພາະເຫດອັນໃດໜໍ ?
“ເພາະເຫດວ່າ ນໍ້າໃນແມ່ນໍ້າຄົງຄາມີຫຼາຍ ນໍ້ານັ້ນຈຶ່ງບໍ່ ເຄັມ...ເພາະເກືອກ້ອນນັ້ນ ຂ້ານ້ອຍ”.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ບາບກຳແມ່ນວ່າ ປະມານໜ້ອຍ ບຸກຄົນບາງຄົນສ້າງແລ້ວ ບາບກຳນັ້ນ ຍ່ອມນໍາເຂົາໄປນະຣົກໄດ້ ສ່ວນບາບກຳປະມານໜ້ອຍຢ່າງ ດຽວກັນນັ້ນ ບາງຄົນສ້າງແລ້ວ ກຳນັ້ນເປັນທິດຖະທຳ ເວທະນີຍະກຳ ບໍ່ປາກົດຜົນຫຼາຍຕໍ່ໄປອີກເລີຍ...
ພິກຂຸທັງຫຼາຍ ! ຄົນບາງຄົນຍ່ອມຜູກພັນເພາະຊັບ ແມ່ນແຕ່ເຄຶ່ງກະຫາປະນະ... ແມ່ນແຕ່ 1 ກະຫາປະນະ... ແມ່ນແຕ່ 100 ກະຫາປະນະ ສ່ວນບາງຄົນບໍ່ຜູກພັນເພາະຊັບພຽງເທົ່ານັ້ນ.
ຄົນຢ່າງໃດ ຈຶ່ງຜູກພັນເພາະຊັບ ແມ່ນແຕ່ເຄິ່ງ ກະຫາປະນະ ? ຄົນບາງຄົນໃນໂລກນີ້ເປັນຄົນຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍ ຄົນຢ່າງນີ້ຍ່ອມຜູກພັນເພາະ ຊັບແມ່ນແຕ່ເຄິ່ງກະຫາປະນະ...
ຄົນຢ່າງໃດ ບໍ່ຜູກພັນເພາະຊັບພຽງເທົ່ານັ້ນ ? ຄົນບາງ ຄົນໃນໂລກນີ້ເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ ຄົນຢ່າງນີ້ ຍ່ອມບໍ່ຜູກພັນເພາະຊັບພຽງເທົ່ານັ້ນເຊັ່ນນັ້ນໆແຫຼະ.
ພິກຂຸທັງຫຼາຍ ! ບາບກຳແມ່ນວ່າມີປະມານໜ້ອຍ ບຸກຄົນບາງຄົນສ້າງແລ້ວ ບາບກຳນັ້ນຍ່ອມນໍາເຂົາໄປ ນະຣົກໄດ້ ສ່ວນບາບກຳມີປະມານໜ້ອຍຢ່າງດຽວກັນນັ້ນ ບຸກຄົນບາງຄົນສ້າງແລ້ວ ກຳນັ້ນເປັນທິດຖະທຳເວທະນີຍະກຳ ບໍ່ປາກົດຜົນຫຼາຍຕໍ່ໄປອີກເລີຍ...
- ບາລີ ຕິກ. ອັງ. 20/320/540.