ເຂົ້າໃຈເລື່ອງກຳ (ກຳ 6 ຢ່າງ)
ກຳ
ເລື່ອງຄວນຮູ້ກ່ຽວກັບກັມ 6 ແງ່ມຸມ
ພິກຂຸທັງຫຼາຍ !
1.ກຳເປັນສິ່ງທີ່ບຸກຄົນຄວນຮູ້.
2.ນິທານສຳພະວະແຫ່ງກຳ ເປັນສິ່ງທີ່ບຸກຄົນຄວນຮູ້.
3.ເວມັດຕະຕາແຫ່ງກຳ ປັນສິ່ງທີ່ບຸກຄົນຄວນຮູ້.
4.ວິບາກແຫ່ງກຳ ເປັນສິ່ງທີ່ບຸກຄົນຄວນຮູ້.
5.ກຳມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້.
6.ກຳມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນ ຄວນຮູ້...
ຄໍາທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາໃສອັນໃດກ່າວໜໍ ?
(1) ພິກຂຸທັງຫຼາຍ ! ເຮົາກ່າວຊຶ່ງເຈຕະນາ ວ່າເປັນກຳ ເພາະວ່າບຸກຄົນເຈຕະນາແລ້ວ ຍ່ອມກະທໍາຊຶ່ງກຳ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.
(2) ພິກຂຸທັງຫຼາຍ ! ນິທານສຳພະວະແຫ່ງກຳທັງຫຼາຍ ເປັນຢ່າງໃດໜໍ ?
ພິກຂຸທັງຫຼາຍ ! ນິທານສຳພະວະ (ເຫດເປັນແດນເກີດ ພ້ອມ) ແຫ່ງກຳທັງຫຼາຍ ຄື ຜັດສະ.
(3) ພິກຂຸທັງຫຼາຍ ! ເວມັດຕະຕາແຫ່ງກຳທັງຫຼາຍເປັນຢ່າງໃດໜໍ ?
ພິກຂຸທັງຫຼາຍ ! ກຳທີ່ເຮັດສັດໃຫ້ສະເຫວີຍເວທະນາ ໃນນະຣົກ ມີຢູ່, ກຳທີ່ເຮັດສັດໃຫ້ສະເຫວີຍເວທະນາໃນກໍາ ເນີດເດຣັດສານ ມີຢູ່, ກຳທີ່ເຮັດສັດໃຫ້ສະເຫວີຍເວທະນາ ໃນເປດວິໄສ ມີຢູ່, ກຳທີ່ເຮັດສັດໃຫ້ສະເຫວີຍເວທະນາ ໃນ ມະນຸດໂລກ ມີຢູ່, ກຳທີ່ເຮັດສັດໃຫ້ສະເຫວີຍເວທະນາໃນ ເທວະໂລກ ມີຢູ່,
ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າ ເວມັດຕະຕາ (ຄວາມມີປະມານຕ່າງໆ) ແຫ່ງກຳທັງຫຼາຍ.
(4) ພິກຂຸທັງຫຼາຍ ! ວິບາກແຫ່ງກຳທັງຫຼາຍ ເປັນຢ່າງໃດ ໜໍ ?
ພິກຂຸທັງຫຼາຍ ! ເຮົາກ່າວວິບາກແຫ່ງກຳທັງຫຼາຍ ວ່າມີ ຢູ່ 3 ຢ່າງຄື ວິບາກໃນທິດຖະທຳ (ຄືທັນຄວັນ) ຫຼືວ່າວິບາກ ໃນອຸປະປັດຊະ (ຄືໃນເວລາຕໍ່ໄປ) ຫຼື ວ່າ ວິບາກໃນ ອະປະຣະປະຣິຍາຍະ (ຄືໃນເວລາຕໍ່ໄປອີກ).
ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າວິບາກແຫ່ງກຳທັງຫຼາຍ.
(5) ພິກຂຸທັງຫຼາຍ ! ກຳມະນິໂຣດ ເປັນຢ່າງໃດໜໍ ? ພິກຂຸທັງຫຼາຍ ! ຄວາມດັບແຫ່ງກຳຍ່ອມມີ ເພາະ ຄວາມດັບແຫ່ງຜັດສະ.
(6) ອະຣິຍະອັດຖັງຄິກະມັກ (ອະຣິຍະມັກມີອົງຄ໌ແປດ) ນີ້ນັ້ນເອງເປັນກຳມະນິໂຣທະຄາມີນີປະຕິປະທາ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບ່ໍເຫຼືອແຫ່ງກຳ) ໄດ້ແກ່ສິ່ງເຫຼົ່ານີ້ຄື:
ສຳມາທິດຖິ (ຄວາມເຫັນຊອບ)
ສຳມາສັງກັບປະ (ຄວາມດໍາຣິຊອບ)
ສຳມາວາຈາ (ການເວົ້າຈາຊອບ)
ສຳມາກັມມັນຕະ (ການທໍາການງານຊອບ)
ສຳມາອາຊີວະ (ການລ້ຽງຊີວິດຊອບ)
ສຳມາວາຍາມະ (ຄວາມພາກພຽນຊອບ)
ສຳມາສະຕິ (ຄວາມລະນຶກຊອບ)
ສຳມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ).
ພິກຂຸທັງຫຼາຍ ! ເມື່ອໃດອະຣິຍະສາວົກ ຍ່ອມຮູ້ຊັດເຈນ ຊຶ່ງກັມ ຢ່າງນີ້, ຮູ້ຊັດເຈນຊຶ່ງນິທານສັມພະວະແຫ່ງກຳຢ່າງ ນີ້, ຮູ້ຊັດເຈນຊຶ່ງເວມັດຕະຕາແຫ່ງກຳ ຢ່າງນີ້, ຮູ້ຊັດເຈນ ຊຶ່ງວິບາກແຫ່ງກຳຢ່າງນີ້, ຮູ້ຊັດເຈນຊຶ່ງກຳມະນິໂຣດ ຢ່າງ ນີ້, ຮູ້ຊັດເຈນຊຶ່ງກຳມະນິໂຣດຄາມິນິປະຕິປະທາ ຢ່າງນີ້;
ອະຣິຍະສາວົກນັ້ນ ຍ່ອມຮູ້ຊັດເຈນຊຶ່ງພຣົມມະຈັນນີ້ວ່າ ເປັນເຄຶ່ອງເຈາະແທງກິເລດ ເປັນທີ່ດັບບໍ່ເຫຼືອແຫ່ງກຳ.
ພິກຂຸທັງຫຼາຍ ! ຂໍ້ນີ້ເຮົາກ່າວແລ້ວວ່າ
“ກຳເປັນສິ່ງທີ່ບຸກຄົນຄວນຮູ້, ນິທານສຳພະວະແຫ່ງກຳ ເປັນສິ່ງບຸກຄົນຄວນຮູ້, ເວມັດຕະຕາແຫ່ງກຳ ເປັນສິ່ງທີ່ບຸກຄົນຄວນຮູ້, ວິບາກແຫ່ງກຳ ເປັນສິ່ງທີ່ບຸກຄົນຄວນຮູ້,
ກຳມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້, ກຳມະນິໂຣດຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້”
ດັ່ງນີ້ (ລວມສິ່ງທີ່ບຸກຄົນຄວນຮູ້ກ່ຽວກັບກຳທັງ 6 ແງ່ມຸມ) ນັ້ນເຮົາອາໃສຄວາມຂໍ້ນີ້ກ່າວແລ້ວ.
- ບາລີ ສັກກ. ອັງ. 22/458,463-464/334.