ມະນຸດຜີ
ຄາຣະວາດຊັ້ນເລີດ
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ການຢູ່ຮ່ວມ 4 ປະການນີ້ 4 ປະການເປັນຢ່າງໃດໜໍ ? ຄື:
1. ຊາຍຜີຢູ່ຮ່ວມກັບຍິງຜີ(ສະໂວ ສະວາຍະ ສັທທິງ ສັງວະສະຕິ)
2. ຊາຍຜີຢູ່ຮ່ວມກັບຍິງເທວະດາ(ສະໂວ ເທວິຍາ ສັທທິງ ສັງວະສະຕິ)
3. ຊາຍເທວະດາຢູ່ຮ່ວມກັບຍິງຜີ(ເທໂວ ສະວາຍະ ສັທທິງ ສັງວະສະຕິ)
4. ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ(ເທໂວ ເທວິຍາ ສັທທິງ ສັງວະສະຕິ)
ຄະຫະບໍ່ດີ ແລະ ຄະຫະປະຕານີທັງຫຼາຍ ! ກໍຊາຍຜີຢູ່ ຮ່ວມກັບຍິງຜີເປັນຢ່າງໃດໜໍ ?
ສາມີໃນໂລກນີ້ເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມໄຣອັນເປັນທີ່ຕັ້ງແຫ່ງ ຄວາມປະມາດ ເປັນຄົນທຸສີນ ມີບາບກຳ ມີໃຈອັນມົນທິນຄື ຄວາມຂີ້ຖີ່ຄອບງໍາ ດ່າ ແລະ ເຍາະເຍີ້ຍສະມະນະພຣາມຢູ່ຄອງເຮືອນ ແມ່ນວ່າພັນຣະຍາຂອງເຂົາກໍເປັນຜູ້ມັກຂ້າ ສັດ ລັກຊັບ ປະພຶຕຜິດໃນກາມ ເປັນຄົນທຸສີນ ມີບາບກຳ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າ ແລະເຍາະເຍີ້ຍ ສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ຊາຍຜີຢູ່ຮ່ວມ ກັບຍິງຜີ ເປັນຢ່າງນີ້ແລ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ກໍຊາຍຜີຢູ່ ຮ່ວມກັບຍິງເທວະດາຢ່າງໃດ ?
ສາມີໃນໂລກນີ້ເປັນຜູ້ມັກຂ້າສັດ ໆລໆ ດ່າແລະເຍາະ ເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ສ່ວນພັນຣະຍາຂອງ ເຂົາເປັນຜູ້ງົດເວັ້ນ ຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶຕຜິດໃນກາມ ຈາກການເວົ້າຕົວະ ຈາກການ ດື່ມນໍ້າເມົາຄືສຸຣາເມໄຣ ອັນເປັນທ່ີຕັ້ງແຫ່ງຄວາມປະມາດ ມີສີນ ມີກັນລະຍານະທຳ ມີໃຈປາສະຈາກມົນທິນຄືຄວາມ ຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ຊາຍຜີຢູ່ຮ່ວມ ກັບຍິງເທວະດາ ຢ່າງນີ້ແລ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ກໍຊາຍເທວະ ດາຢູ່ຮ່ວມກັບຍິງຜີຢ່າງໃດ ?
ສາມີໃນໂລກນີ້ເປັນຜູ້ງົດເວັ້ນ ຈາກການຂ້າສັດ ໆລໆ ຢູ່ຄອງເຮືອນ ສ່ວນພັນຣະຍາຂອງເຂົາເປັນຜູ້ມັກຂ້າສັດ ໆລໆ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ຊາຍເທວະ ດາຢູ່ຮ່ວມກັບຍິງຜີ ເປັນຢ່າງນີ້ແລ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ກໍຊາຍເທວະ ດາຢູ່ຮ່ວມກັບຍິງເທວະດາຢ່າງໃດ ?
ສາມີໃນໂລກນີ້ເປັນຜູ້ງົດເວັ້ນ ຈາກການຂ້າສັດ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ແມ່ນວ່າ ພັນຣະຍາຂອງເຂົາກໍເປັນຜູ້ງົດເວັ້ນ ຈາກການຂ້າສັດ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ຊາຍເທວະດາ ຢູ່ຮ່ວມກັບຍິງເທວະດາ ຢ່າງນີ້ແລ.
ຄະຫະບໍດີ ແລະ ຄະຫະປະຕານີທັງຫຼາຍ ! ການຢູ່ຮ່ວມ 4 ປະການຢ່າງນີ້ແລ.
ພັນຣະຍາ ແລະ ສາມີທັງສອງເປັນຜູ້ທຸສີນ ເປັນຄົນຂີ້ຖີ່ ມັກດ່າສະມະນະພຣາມ ຊື່ວ່າເປັນຜີມາຢູ່ຮ່ວມກັນ.
ສາມີເປັນຜູ້ທຸສີນ ມີຄວາມຂີ້ຖ່ີ ມັກດ່າສະມະນະພຣາມ ສ່ວນພັນຣະຍາເປັນຜູ້ມີສີນ ຮູ້ຄວາມປະສົງຂອງຜູ້ຂໍ ປາສະ ຈາກຄວາມຂີ້ຖີ່ ພັນຣະຍານັ້ນຊື່ວ່າຍິງເທວະດາຢູ່ຮ່ວມກັບ ຊາຍຜີ.
ສາມີເປັນຜູ້ມີສີນ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກ ຄວາມຂີ້ຖີ່ ສ່ວນພັນຣະຍາເປັນຜູ້ທຸສີນ ມີຄວາມຂີ້ຖີ່ ມັກດ່າ ສະມະນະພຣາມ ຊື່ວ່າຍິງຜີຢູ່ຮ່ວມກັບຊາຍເທວະດາ.
ທັງສອງເປັນຜູ້ມີສັດທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສັງລວມ ເປັນຢູ່ໂດຍທຳ ພັນຣະຍາ ແລະ ສາມີທັງ ສອງນັ້ນ ເຈຣະຈາຖ້ອຍຄໍາທີ່ໜ້າຮັກແກ່ກັນ ແລະກັນ ຍ່ອມ ມີຄວາມຈະເຣີນຮຸ່ງເຮືອງຫຼາຍ ມີຄວາມຜາສຸກທັງສອງຝ່າຍ ມີສີນສະເໝີກັນ ຮັກໃຄ່ກັນຫຼາຍ ບໍ່ມີໃຈຮ້າຍຕໍ່ກັນ ຄັນປະ ພຶດທຳ ໃນໂລກນີ້ແລ້ວ ທັງສອງເປັນຜູ້ມີສີນ ແລະ ວັດສະເໝີກັນຍ່ອມເປັນຜູ້ສະເຫວີຍກາມາຣົມ ເພີດເພີນບັນເທີງ ໃຈຢູ່ໃນເທວະໂລກ.
ບາລີ ຈຕຸກກ. ອັງ. 21/74/53.