ພັນລະຍາ 7 ຈໍາພວກ
ຄາຣະວາດຊັ້ນເລີດ
ຄັ້ງນັ້ນ ເມື່ອເວລາເຊົ້າ ພຣະຜູ້ມີພຣະພາກຊົງນຸ່ງແລ້ວ ຊົງຖືບາດ ແລະ ຈີວອນສະເດັດເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະເສດຖີ ປະທັບ ນັ່ງເທິງອາສະນະທີ່ປູໄວ້ແລ້ວ ກໍສະໃໝນັ້ນ ມະນຸດທັງຫຼາຍໃນນິເວດຂອງ ທ່ານອະນາຖະບິນດິກະເສດຖີສົ່ງສຽງເນືອງນັນ ທ່ານອະນາຖະບິນດິກະ ເສດຖີ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງນະທີ່ຄວນສ່ວນຂ້າງໜຶ່ງ.
ຄັນແລ້ວ ພຣະຜູ້ມີພຣະພາກໄດ້ກວ່າຖາມວ່າ:
ຄະຫະບໍດີ ! ເຫດໃດໜໍ ມະນຸດທັງຫຼາຍໃນນິເວດຂອງ ທ່ານ ຈຶ່ງສົ່ງສຽງເນືອງນັນເໝືອນຊາວປະມົງຍາດປາກັນ.
ອະນາຖະບິນດີກະເສດຖີ ກາບທູນວ່າ:
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນາງສຸຊາດາຄົນນີ້ ຂ້ານ້ອຍ ນໍາມາຈາກຕະກູນຮັ່ງມີ ມາເປັນສະໃພ້ໃນເຮືອນ ນາງບໍ່ເຊ່ືອຖື ແມ່ຜົວ ພໍ່ຜົວ ສາມີ ແມ່ນແຕ່ພຣະຜູ້ມີພຣະພາກ ນາງກໍບໍ່ ສັກກະຣະເຄົາລົບນັບຖືບູຊາ”
ລໍາດັບນັ້ນ ພຣະຜູ້ມີພຣະພາກກວ່າເອີ້ນນາງສຸຊາດາ ຍິງສະໃພ້ໃນເຮືອນວ່າ
“ມານ່ີແມ ! ສຸຊາດາ”
ນາງສຸຊາດາ ຍິງສະໃພ້ໃນເຮືອນທູນຮັບພຣະຜູ້ມີພຣະພາຄແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາກກວ່າຖາມວ່າ
ສຸຊາດາ ! ພະຣິຍາຂອງບຸຣຸສ 7 ຈໍາພວກນີ້ 7 ຈໍາພວກເປັນຢ່າງໃດໜໍ ຄື:
(1) ພະຣິຍາສະເໝີດ້ວຍເພັດຊະຄາດ.
(2) ສະເໝີດ້ວຍໂຈນ.
(3) ສະເໝີດ້ວຍເຈົ້ານາຍ.
(4) ສະເໝີດ້ວຍແມ່.
(5) ສະເໝີດ້ວຍເອື້ອຍ ນ້ອງສາວ.
(6) ສະເໝີດ້ວຍໝູ່ເພື່ອນ
(7) ສະເໝີດ້ວຍທາດ
ສຸຊາດາ ! ພະຣິຍາຂອງບຸລຸດ 7 ຈໍາພວກນີ້ແລ ເຈົ້າເປັນຈໍາພວກໃດໃນ 7 ຈໍາພວກນັ້ນ.
ສຸຊາດາ ກາບທູນວ່າ:
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຍັງບໍ່ຮູ້ທົ່ວເຖິງຄວາມ ແຫ່ງພຣະດໍາຣັດທີ່ພຣະຜູ້ມີພຣະພາກກ່າວແລ້ວໂດຍຫຍໍ້ນີ້ໄດ້ ໂດຍພິສະດານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍປະທານພຣະວະໂຣກາດ ຂໍພຣະຜູ້ມີພຣະພາກ ຊົງສະແດງທຳແກ່ຂ້ານ້ອຍ ໂດຍທີ່ຂ້າ ນ້ອຍຈະຍ່ອມຮູ້ທົ່ວເຖິງເນື້ອຄວາມແຫ່ງພຣະດໍາຣັດທີ່ພຣະຜູ້ມີ ພຣະພາກກວ່າໂດຍຫຍໍ້ນີ້ ໂດຍພິສະດານເທີ້ນ”
ສຸຊາດາ ! ຖ້າຢ່າງນັ້ນ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາ ຈັກກ່າວ
(1) ພະຣິຍາຜູ້ມີຈິດປະທຸສະຮ້າຍ ບໍ່ອະນຸເຄາະດ້ວຍປະໂຫຍດເກື້ອກູນ ຍິນດີໃນຊາຍອື່ນ ດູໝິ່ນສາມີ ເປັນຜູ້ອັນເຂົາຊື້ມາດ້ວຍຊັບ ພະຍາຍາມຈະຂ້າຜົວ ພະຣິຍາຂອງ ບຸຣຸດເຫັນປານນີ້ເອີ້ນວ່າ ວະທະກາພະຣິຍາ ພັນຣະຍາ ສະເໝີ ດ້ວຍເພັດຊະຄາດ.
(2) ສາມີຂອງຍິງປະກອບດ້ວຍສິລະປະກັມ ພານິດຊະກຳ ແລະ ກະສິກຳໄດ້ຊັບໃດມາ ພະຣິຍາປາຖະນາຈະລັກເຊຶ່ອງຊັບ ແມ່ນມີຢູ່ໜ້ອຍນັ້ນເສຍ ພະຣິຍາຂອງບຸຣຸດ ເຫັນປານ ນີ້ເອີ້ນວ່າ ໂຈຣີພະຣິຍາ ພັນຣະຍາສະເໝີດ້ວຍໂຈນ.
(3) ພະຣິຍາ ບໍ່ສົນໃຈໃນການງານ ກຽດຄ້ານ ກິນຫຼາຍ ປາກຮ້າຍ ປາກກ້າ ຮ້າຍເກັ່ງ ກ່າວຄໍາຫຍາບ ຂົ່ມຂີ່ຜົວຜູ້ຂະຫຍັນຂັນແຂງ ພະຣິຍາຂອງບຸຣຸດເຫັນປານນີ້ ເອີ້ນວ່າ ໄອຍາພະຣິຍາ ພັນຣະຍາສະເໝີດ້ວຍເຈົ້ານາຍ.
(4) ພະຣິຍາໃດອະນຸເຄາະດ້ວຍປະໂຫຍດເກື້ອກູນທຸກເມື່ອ ຕາມຮັກສາສາມີ ເໝືອນມານດາຮັກສາບຸດ ຮັກສາຊັບທີ່ ສາມີຫາມາໄດ້ໄວ້ ພະຣິຍາຂອງບຸຣຸດເຫັນປານນີ້ ເອີ້ນວ່າ ມາຕາພະຣິຍາ ພັນຣະຍາສະເໝີດ້ວຍແມ່.
(5) ພະຣິຍາເປັນເໝືອນເອື້ອຍ ນ້ອງສາວ ມີຄວາມເຄົາ ຣົບໃນສາມີຂອງຕົນ ເປັນຄົນລະອາຍບາບ ເປັນໄປຕາມ ອໍານາດສາມີ ພະຣິຍາຂອງບຸຣຸດເຫັນປານນີ້ ເອີ້ນວ່າ ພະຄິນີພະຣິຍາ ພັນຣະຍາສະເໝີດ້ວຍເອື້ອຍ ນ້ອງສາວ.
(6) ພະຣິຍາໃນໂລກນີ້ເຫັນສາມີແລ້ວຊ່ືນຊົມຍິນດີເໝືອນ ເພື່ອນຜູ້ຈາກໄປດົນແລ້ວກັບມາ ເປັນຍິງມີສີນ ມີວັດ ປະຕິບັດສາມີ ພະຣິຍາຂອງບຸຣຸດເຫັນປານນີ້ ເອີ້ນວ່າ ສະຂີພະຣິຍາ ພັນຣະຍາສະເໝີດ້ວຍເພື່ອນ.
(7) ພະຣິຍາສາມີຂ້ຽນຕີ ດ່າຂູ່ເຂັນກໍບໍ່ໂກດ ບໍ່ຄິດແຄ້ນ ໂກດຕອບສາມີ ອົດທົນໄດ້ ເປັນໄປຕາມອໍານາດສາມີ ພະຣິຍາຂອງບຸຣຸດເຫັນປານນີ້ ເອີ້ນວ່າ ທາສີພະຣິຍາ ພັນຣະຍາສະເໝີດ້ວຍທາດ(ຍິງ).
ພະຣິຍາທີ່ເອີ້ນວ່າ ວະທະກາພະຣິຍາ 1, ໂຈຣີພະຣິຍາ 1, ໄອຍາພະຣິຍາ 1, ພະຣິຍາທັງ 3 ຈໍາພວກນັ້ນລ້ວນ ແຕ່ເປັນຄົນທຸສີນ ຫຍາບຊ້າ ບໍ່ເອື້ອເຟື້ອ ເມື່ອຕາຍໄປ ຍ່ອມເຂົ້າເຖິງນະຣົກ.
ສ່ວນພະຣິຍາທີ່ເອີ້ນວ່າ ມາຕາພະຣິຍາ 1, ພະຄິນີພະຣິຍາ 1, ສະຂີພະຣິຍາ 1, ທາສີພະຣິຍາ 1, ພະຣິຍາທັງ 4 ຈໍາພວກນັ້ນ ເພາະຕັ້ງຢູ່ໃນສີນ ຖະໜອມຮັກໄວ້ຢັ້ງຢືນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິ.
ສຸຊາດາ ! ພະຣິຍາຂອງບຸຣຸດ 7 ຈໍາພວກນີ້ແລ ເຈົ້າ ເປັນພະຣິຍາຈໍາພວກໃດ ໃນ 7 ຈໍາພວກນັ້ນ.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຂໍພຣະຜູ້ມີພຣະພາກຈົ່ງຊົງຈໍາຂ້ານ້ອຍວ່າ ເປັນພະຣິຍາຂອງ ສາມີຜູ້ສະເໝີດ້ວຍທາດ.
- ບາລີ ສັຕຕກ. ອັງ. 23/92/60.