ຄູ່ບຸບເພສັນນິວາດ

ຄາຣະວາດຊັ້ນເລີດ

0:00/0:00
ພິກຂຸທັງຫຼາຍ ! ຖ້າພັນຣະຍາ ແລະ ສາມີທັງສອງຍັງ ຫວັງພົບກັນ ແລະ ກັນທັງໃນປັດຈຸບັນ ແລະ ສຳປະຣາຍະພົບ ທັງສອງນັ້ນ ຈົ່ງເປັນຜູ້ມີ

ສັດທາສະເໝີກັນ

ມີສີນສະເໝີກັນ

ມີຈາຄະສະເໝີກັນ

ມີປັນຍາສະເໝີກັນ


ພັນຣະຍາ ແລະ ສາມີ ທັງສອງນັ້ນ ຍ່ອມໄດ້ພົບກັນ ແລະ ກັນທັງໃນປັດຈຸບັນ ທັງ ໃນສຳປະຣາຍະພົບ.

ພັນຣະຍາ ແລະ ສາມີທັງສອງ ເປັນຜູ້ ມີສັດທາ ຮູ້ຄວາມ ປະສົງຂອງຜູ້ຂໍ ມີຄວາມສັງລວມ ເປັນຢູ່ໂດຍທຳ ເຈລະຈາ ຖ້ອຍຄໍາທີ່ໜ້າຮັກແກ່ກັນ ແລະ ກັນ ຍ່ອມມີຄວາມຈະເຣີນຮຸ່ງ ເຮືອງຫຼາຍ ມີຄວາມຜາສຸກທັງ ສອງຝ່າຍ ມີສີນສະເໝີກັນ ຮັກໃຄ່ກັນຫຼາຍ ບໍ່ມີຄວາມໃຈຮ້າຍຕໍ່ກັນ ປະພຶຕທຳໃນໂລກ ນີ້ແລ້ວ ທັງສອງເປັນຜູ້ມີສີນ ແລະ ວັດສະເໝີກັນ ຍ່ອມເປັນ ຜູ້ສະເຫວີຍກາມາຣົມ ເພິີດເພີນບັນເທີງໃຈຢູ່ໃນເທວະໂລກ.


- ບາລີ ຈຕຸກກ. ອັງ. 21/81/56.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ