ວິທີປະຕິບັດທາງຈິດເມື່ອຖືກຕິຕຽນຫຼືຖືກທໍາຮ້າຍຮ່າງກາຍ

ທໍາໃນທ່າມກາງ

0:00/0:00
ຜັດຄຸນະ ! ຖ້າມີຄົນກ່າວຕິຕຽນເຈົ້າຕໍ່ໜ້າ

ຜັຄຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງລະສັນທະ ແລະ ວິຕົກ ຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ.

ຜັຄຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງທໍາຄວາມສໍານຶກ ຢ່າງນີ້ວ່າ

“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນ” ດັ່ງນີ້.

ຜັຄຄຸນະ ! ເຈົ້າຈົ່ງທໍາຄວາມສໍານຶກຢ່າງນີ້.

ຜັດຄຸນະ ! ຖ້າມີຄົນປະຫານເຈົ້າດ້ວຍຝ່າມື ດ້ວຍກ້ອນ ຫີນ ດ້ວຍທ່ອນໄມ້ ຫຼື ດ້ວຍສາດຕຣາ;

ຜັຄຄຸນະ ! ໃນກໍລະນີແມ່ນວ່າເຊັ່ນນັ້ນ ເຈົ້າກໍຈົ່ງລະ ສັນທະ ແລະວິຕົກຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ.

ຜັຄຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງທໍາຄວາມສໍານຶກ ຢ່າງນີ້ວ່າ

“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິດອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນ” ດັ່ງນີ້.

ຜັຄຄຸນະ ! ເຈົ້າຈົ່ງທໍາການສໍານຶກຢ່າງນີ້ ແລ.

- ບາລີ ມູ. ມ. 12/250/264.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ