ວາຈາຂອງສັດຕະບຸລຸດ

ຄາຣະວາດຊັ້ນເລີດ

0:00/0:00
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທຳ 4 ປະການ ເປັນທ່ີຮູ້ກັນວ່າ ເປັນສັດຕະບຸລຸດ. 4 ປະການ ຢ່າງໃດໜໍ ? 4 ປະການຄື:

(1) ພິກຂຸທັງຫຼາຍ ! ສັດຕະບຸລຸດໃນກໍລະນີນີ້ ແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວອິຫຍັງເມື່ອບໍ່ຖືກໃຜຖາມ; ກໍເມື່ອຖືກຄົນຖາມເຖິງ ຄວາມບໍ່ດີຂອງບຸກຄົນອ່ືນ ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກ ລ້ຽງຫຸຼດໜ້ອຍລົງ ກ່າວຄວາມບໍ່ດີຂອງຜູ້ອື່ນ ຢ່າງບໍ່ພິສະ ດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າຄົນຜູ້ນີ້ ເປັນສັດຕະບຸລຸດ.

(2) ພິກຂຸທັງຫຼາຍ ! ສັດຕະບຸລຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ຖືກໃຜຖາມຢູ່ເຖິງຄວາມດີຂອງບຸກຄົນອື່ນ ກໍຍັງ ເອົາມາເປີດເຜີຍໃຫ້ປາກົດ ຈະຕ້ອງກ່າວອິຫຍັງເມື່ອຖືກຄົນ ຖາມ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍນໍາເອົາ ບັນຫາໄປເຮັດໃຫ້ບໍ່ຫຼີກລ້ຽງຫຸຼດໜ້ອຍລົງ ກ່າວຄວາມດີຂອງ ຜູ້ອື່ນໂດຍພິສະດານບໍຣິບູນ. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນ ເທີ້ນວ່າຄົນຜູ້ນີ້ ເປັນສັດຕະບຸລຸດ.

(3) ພິກຂຸທັງຫຼາຍ ! ສັດຕະບຸລຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ມີໃຜຖາມເຖິງຄວາມບໍ່ດີຂອງຕົນ ກໍຍັງເອົາມາ ເປີດເຜີຍທໍາໃຫ້ປາກົດ; ຈະກ່າວເຖິງຫຍັງເມື່ອຖືກຄົນຖາມໜໍ ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍບໍ່ນໍາ ເອົາບັນຫາໄປຫາທາງເຮັດໃຫ້ຫຸຼດໜ້ອຍຜັນປີ້ນ ແຕ່ກ່າວ ຄວາມບໍ່ດີຂອງຕົນໂດຍພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ສັດຕະບຸລຸດ.

(4) ພິກຂຸທັງຫຼາຍ ! ສັດຕະບຸລຸດຢ່າງອື່ນຍັງມີອີກ ຄື ແມ່ນວ່າມີຄົນຖາມເຖິງຄວາມດີຂອງຕົນ ກໍບໍ່ເປີດເຜີຍໃຫ້ ປາກົດ; ຈະເມື່ອຍກ່າວເຖິງຫຍັງເມື່ອບໍ່ຖືກຄົນຖາມໜໍ ກໍ ເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍນໍາເອົາບັນຫາໄປ ຫາທາງເຮັດໃຫ້ຫຸຼດໜ້ອຍຜັນປີ້ນ ກ່າວຄວາມດີຂອງຕົນ ໂດຍບໍ່ພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນ ວ່າ ຄົນຜູ້ນີ້ເປັນ ສັດຕະບຸລຸດ.


ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທຳ 4 ປະການ ເຫຼົ່ານີ້ແລ ເປັນທີ່ຮູ້ຈັກກັນວ່າເປັນສັດຕະບຸລຸດ.


- ບາລີ ຈຕຸກກ. ອັງ. 21/100/73.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ