ການຮູ້ອະຣິຍະສັດຮີບຟ້າວກວ່າການດັບໄຟທີ່ກໍາລັງໄໝ້ຢູ່ເທິງຫົວ

ອະຣິຍະສັດ 4

0:00/0:00
ພິກຂຸ ທ.! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ບຸກຄົນນັ້ນ ຄວນຈະເຮັດແນວໃດ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ, ເພື່ອຈະດັບເສຍຊຶ່ງໄຟ ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ສິ່ງທີ່ ບຸກຄົນນັ້ນ ຄວນກະທໍາໂດຍຍິ່ງ ກໍ ຄື ສັນທະ ວາຍາມະ ອຸສສາຫະ ອຸສໂສ ລະຫີ ອັປປະຕິວານີ ສະຕິ ແລະ ສັມປະຊັນຍະ (ເພື່ອຈະດັບໄຟນັ້ນເສຍ).”

ພິກຂຸ ທ.! (ເຖິງແມ່ນຢ່າງນັ້ນກໍດີ) ວິນຍູຊົນ ຈະບໍ່ໃສ່ໃຈ ຈະບໍ່ ເອົາໃຈໃສ່ກັບເສື້ອຜ້າກໍດີ ຫົວກໍດີ ທີ່ໄຟກໍາລັງ(ໄໝ້)ລຸກວາບໆຢູ່; ແຕ່ຈະຮູ້ສຶກວ່າ ສິ່ງທີ່ຄວນກະທໍາໂດຍຍິ່ງ ກໍຄືສັນທະ ວາຍາມະ ອຸສສາຫະ ອຸສໂສລະຫີ (ຂະຫຍັນຂັນແຂງ) ອັປປະຕິວານີ (ບໍ່ຖອຍຫຼັງ) ສະຕິ ແລະສຳປະຊັນຍະ ເພື່ອຮູ້ສະເພາະຕາມເປັນຈິງຊຶ່ງອະຣິຍະສັດ ທັງສີ່ ທີ່ຕົນຍັງບໍ່ຮູ້ສະເພາະ. ອະຣິຍະສັດສີ່ແນວໃດໜໍ ? ສີ່ຢ່າງຄື:

1.ອະຣິຍະສັດຄືທຸກ.

2.ອະຣິຍະສັດຄືເຫດໃຫ້ເກີດຂຶ້ນແຫ່ງທຸກ.

3.ອະຣິຍະສັດຄືຄວາມດັບບໍ່ເຫຼືອແຫ່ງທຸກ.

4.ອະຣິຍະສັດຄືທາງດໍາເນີນໃຫ້ ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ.


ພິກຂຸ ທ.! ເພາະເຫດນັ້ນ ໃນເລຶ່ອງນີ້ ເຈົ້າຕ້ອງປະກອບໂຍຄະກຳ ອັນເປັນເຄຶ່ອງເຮັດໃຫ້ຮູ້ວ່າ “ທຸກເປັນຢ່າງນີ້, ເຫດໃຫ້ເກີດຂຶ້ນແຫ່ງ ທຸກເປັນຢ່າງນີ້, ຄວາມດັບບໍ່ເຫຼືອແຫ່ງທຸກເປັນຢ່າງນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກເປັນຢ່າງນີ້” ດັ່ງນີ້.


- ມຫາວາຣ. ສັງ. 19/550/1717.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ